ຫວຽດນາມຕອບສະໜອງວັນສາກົນປ້ອງກັນຕ້ານແລະຫລຸດຜ່ອນໄພທຳມະຊາດ

ຫວຽດນາມຕອບສະໜອງວັນສາກົນປ້ອງກັນຕ້ານແລະຫລຸດຜ່ອນໄພທຳມະຊາດ - ảnh 1
​ພິທີ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ວັນ​ສາກົນ​ປ້ອງ​ກັນ​ຕ້ານ
​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ (13/10)
(ພາບ: baochinhphu.vn)

(vovworld) -  ​ພິທີ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ວັນ​ສາກົນ​ປ້ອງ​ກັນ​ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ (13/10) ​ແລະ ປະກາດ​ບົດ​ລາຍ​ງານ​ໄພພິບັດ​ທຳ​ມະ​ຊາດ​ໂລກ​ປີ 2016 ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/10, ຢູ່​ນະຄອນ ຕາມ​ກີ ​ແຂວງ ກວາງ​ນາມ. ພິທີ​ໂຮມ​ຊຸມນຸມ​​ໂດຍ​ສະພາກາ​ແດງ ຫວຽດນາມ ສົມທົບ​ກັບ​ສະຫະ​ສະມາຄົມ​ກາ​ແດງ ​ແລະ ກາ​ຊີກ​ວົງ​ເດືອນ​ແດງ​ສາກົນ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ສົມທົບ​ກັນ​ຈັດ​ຕັ້ງ. ບົດ​ລາຍ​ງາ​ນ​ໄພພິບັດ​ທຳ​ມະ​ຊາດ​ປີ 2016 ​ໃຫ້​ເຫັນ​ວ່າ, ປີ 2015 ມີ​ເກືອບ 100 ລ້ານ​ຄົນ​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ​ໄພພິບັດ​ທຳ​ມະ​ຊາດ​ໃນ​ທົ່ວ​ໂລກ​. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 5 ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ ໂດຍ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ​ກໍ່​ຂຶ້ນ​. ທ່ານ ດັ້ງ​ມີ​ງຕ໋ຽນ ຮອງ​ເລຂາທິການ​ໃຫຍ່​ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມື້​ນີ້ ສະພາກາ​ແດງ ຫວຽດນາມ ພ້ອມ​ກັບ​ສະພາກາ​ແດງ ​ແລະ ກາ​ຊີກ​ວົງ​ເດືອນ​ແດງ​ສາກົນ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ ຈັດ​ຕັ້ງ​ການ​ປະກາດ​ໄພພິບັດ​ທຳ​ມະ​ຊາດ​ປີ 2016, ດ້ວຍ​ສານ​ແມ່ນ ສ້າງ​ປະຊາ​ຄົມ​ປອດ​ໄພ ​ແລະ ປົກ​ປັກ​ຮັກສາ​ຊີວິດ​ປະຈຸ​ບັນ ​ນັ້ນແມ່ນ​ການ​ລົງທຶນ​ໃຫ້​ອະນາຄົດ. ນີ້​ແມ່ນ​ສານທີ່​ຕັກ​ເຕືອນ​ໃຫ້​ທຸກ​ຄົນ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຊີວິດ​ປະຈຸ​ບັນ​ດ້ວຍ​ວິທີ​ເກັບ​ເອົາບັນດາ​ຄວາມ​ຮູ້ມາ​ໃຫ້​ຕົນ​ເອງ, ຜ່ານ​ນັ້ນ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ສ້າງ​ປະຊາ​ຄົມ​ປອດ​ໄພ ​ແລະ ມີ​ຄວາມ​ຮັບຜິດຊອບ.

 

 

ຂ່າວ/ບົດ​ອື່ນ