ຫວຽດນາມຕາງໜ້າໃຫ້ອາຊຽນ ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ”

(VOVWORLD) -ວັນທີ 23 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນວາລະປຶກສາຫາລືເປີດດ້ວຍຫົວເລື່ອງ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ” ໂດຍພາຍໃຕ້ການເປັນປະທານຂອງທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ Indonesia ແລະ ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ພ້ອມກັບຜູ້ຕາງໜ້າຂອງເກືອບ 80 ປະເທດສະມາຊິກ, ຄະນະກຳມະການກາແດງສາກົນ ແລະ ບາງອົງການຈັດຕັ້ງໃນພາກພື້ນ.
ຫວຽດນາມຕາງໜ້າໃຫ້ອາຊຽນ ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ” - ảnh 1

ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ

 (ພາບ: TTXVN )

ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າບັນດາປະເທດອາຊຽນ ມີບົດກ່າວປາໄສຕີລາຄາສູງເລື່ອງຈັດຕັ້ງວາລະປຶກສາຫາລືເປີດ ເພື່ອແນໃສ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງວົງຄະນາຍາດສາກົນກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ. ຕາມທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ແລ້ວ, ບັນດາປະເທດອາຊຽນຢືນຢັນວ່າ ລັດຖະບານປະເທດຕ່າງໆລ້ວນແຕ່ມີຄວາມຮັບຜິດຊອບອັນດັບຕົ້ນໃນບັນຫາປົກປ້ອງປະຊາຊົນ. ໜ້າທີ່ປົກປ້ອງສາມັນຊົນໃນການປະທະກັນຕ້ອງໄດ້ຮັບການປະຕິບັດໃຫ້ສອດຄ່ອງກັບກົດບັດ ສປຊ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະລາດດ້ານການເມືອງຂອງປະເທດເຈົ້າພາບ.

   ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ເຂົ້າຮ່ວມປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງວົງຄະນາຍາດສາກົນ, ໃນນັ້ນມີເລື່ອງເຂົ້າຮ່ວມຄະນະຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ