ຫວຽດນາມຖືການ ປະຕິບັດກົດໝາຍ ວ່າດ້ວຍຄວາມປອດໄພ, ຫຼັກອະນາໄມ ແຮງງານເປັນສຳຄັນ

ຫວຽດນາມຖືການ ປະຕິບັດກົດໝາຍ ວ່າດ້ວຍຄວາມປອດໄພ, ຫຼັກອະນາໄມ ແຮງງານເປັນສຳຄັນ - ảnh 1

ເພີ່ມ​ທະ​ສີ​ວຽກ​ງານຮັບປະກັນຄວາມ​ປອດ​ໄພ, ຫຼັກ​ອະນາ​ໄມ​ແຮງ​ງານ

(ພາບ:ldtbxhkiengiang.gov.vn)

(VOV)- ​​ວັນ​ທີ 8/12,  ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງຄະ​ ​ແລະ ສັງຄົມຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 18 ​ປີ​ແຫ່ງ​ການ​ປະຕິບັດກົດໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ, ຫຼັກ​ອະນາ​ໄມ​ແຮງ​ງານ​ ​ແລະ ກຳ​ນົດ​ທິດ​ຜັນ​ຂະຫຍາຍ​ຮອດ​ປີ 2020. ​ໃນ​ຊຸມ​ປີຜ່ານມາ, ວຽງ​ງານຮັບປະກັນຄວາມ​ປອດ​ໄພ, ຫຼັກ​ອະນາ​ໄມ​ແຮງ​ງານຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ປີ 2010, ທົ່ວປະ​ເທດ​ມີ​ຜູ້​ອອກ​ແຮງ​ງານ 5300 ຄົນ​ຖືກ​ອຸບັດ​ຕິ​ເຫດ​​ໃນ​ການ​ອອກແຮງ​ງານ, ສ່ວນ​ປີ 2011 ​ແມ່ນ​ກ່ວາ 6150 ຄົນ. ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີກະຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງຄະ​ ​ແລະ ສັງຄົມຫວຽດນາມ ​ໃຫ້​ຮູ້​ວ່າ:

   “ຜູ້​ອອກ​ແຮງ​ງານ​ຈຳນວນ​ໜຶ່ງ​ບໍ່​ທັນ​ມີ​ສະຕິ​ຄວາມ​ຮັບ​ຮູ້​ປ້ອງ​ກັນ​ຕົນ​ເອງ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ກຳລັງ​ກວດກາ​ແຮງ​ງານ​ຍັງ​ໜ້ອຍ, ຂໍ້​ກຳນົດ​ການ​ປັບ​ໃໝ​ລົງ​ໂທດ​ຍັງ​​​ເບົາ. ລະບົບ​ກົດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ຫຼັກ​ອະນາ​ໄມ​ແຮງ​ງານ​ຍັງ​ກະ​ແຈກ​ກະຈາຍ, ສັບສົນ, ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ປະຕິບັດ

ຂ່າວ/ບົດ​ອື່ນ