ຫວຽດ​ນາມ​ຖື​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ ສະ​ຫະ​ພັນ​ລັດ​ເຊຍ ເປັນ​ສຳ​ຄັນ

(VOVWORLD) -ວັນທີ 8 ກຸມພາ, ຢູ່ຮ່າໂນ້ຍ,ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ , ປະທານປະເທດ ຫງວຽນຝຸຈ້ອງ  ໄດ້ໂອ້ລົມທາງໂທລະດັບກັບທ່ານ Dmitry Medvedev ປະທານພັກ ລັດເຊຍເອກະພາບ, ຮອງປະທານສະຄວາມໝັ້ນຄົງ ສະຫະພັນ ລັດເຊຍ.
ຫວຽດ​ນາມ​ຖື​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ ສະ​ຫະ​ພັນ​ລັດ​ເຊຍ ເປັນ​ສຳ​ຄັນ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ , ປະທານປະເທດ ຫງວຽນຝຸຈ້ອງ
(ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຝູຈ້ອງ ໄດ້ແຈ້ງໃຫ້ຊາບ ບັນດາຜົນງານຫຼັກແຫຼ່ງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍ ຍາມໃດກໍ່ຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍູດທະສາດກັບ ສະຫະພັນລັດເຊຍເປັນສຳຄັນ. ການພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກລັດເຊຍເອກະພາບ ໄດ້ສ້າງພື້ນຖານສຳຄັນໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັດແທດຈິງໃຫ້ແກ່ທັງສອງຝ່າຍ.

        ສ່ວນທ່ານ Dmitry Medvedev ໄດ້ອວຍພອນທ່ານ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ ຄັດເລືອກເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ທ່ານ ກໍ່ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັ້ນຕໍ່ສູ້ກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ ກໍ່ຄືການຮ່ວມມືໃນທຸກຂົງເຂດ, ທ່ານຢັ້ງຢືນວ່າ ລັດເຊຍ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບຫວຽດນາມ ເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ