ຫວຽດນາມຖືການເພິ່ມທະວີສາຍພົວພັນກັບອົດສະຕາລີເປັນສໍາຄັນ

(VOVWORLD) - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ໂງເຮື໋ອງນາມແລ້ວ ປີ 2018 ແມ່ນປີມີຄວາມໝາຍສໍາຄັນ ພິເສດສໍາລັບປະເທດ ຫວຽດນາມ ແລະ ອົດສະຕາລີ

ໃນເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກງານຂ່າວສານຫວຽດນາມປະຈໍາອົດສະຕາລີ ເນື້ອງໃນໂອກາດການໄປຢ້ຽມຢາມອົດສະຕາລີ ແລະ ເຂົ້າຣ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີຂອງທ່ານນາຍົກບັດຖະມົນຕີຫງວຽນຊວນຟຸກຄາດວ່າຈະດໍາເນີນໃນເດືອນມີນາທີ່ຈະມາເຖິງ ທ່ານເອກອັກຄະລັດຖະທູດຫວຽດນາມປະຈໍາອົດສະຕາລີ ໂງເຣື໋ອງນາມໃຫ້ຣູ້ວ່າ: ຫວຽດນາມຖືການເພິ່ມທະວີສາຍພົວພັນກັບອົດສະຕາລີເປັນສໍາຄັນ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມປະຈໍາອົດສະຕາລີ ໂງເຣື໋ອງນາມແລ້ວປີ 2018 ແມ່ນປີມີຄວາມໝາຍສໍາຄັນພິເສດສໍາລັບປະເທດຫວຽດນາມ ແລະອົດສະຕາລີ, ເປັນຂີດໝາຍການສະເຫລີມສະຫລອງ ແຫ່ງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ (26/02/1973 – 26/02/2018)  ຄົບຣອບ 45 ປີ. 45 ປີທີ່ຜ່ານມາ ໄດ້ມີບັນດາຂີດໝາຍ, ຜົນງານທີ່ສໍາຄັນ ເຊິ່ງສອງປະເທດໄດ້ຣ່ວມກັນມານະພະຍາຍາມບັນລຸໄດ້ໃນທັງໝົດບັນດາເສົາຄໍ້າການເມືອງ, ເສດຖະກິດ, ຄວາມໝັ້ນຄົງ - ປ້ອງກັນຊາດ, ວິທະຍາສາດ - ເຕັດໂນໂລຢີ ແລະວັດທະນາທໍາ - ການສຶກສາ. ຫວ່າງແລ້ວນີ້, ເນື່ອງໃນໂອກາດສັບປະດາຂັ້ນສູງເວທີປາໄສກ່ຽວກັບການຣ່ວມມືດ້ານເສດຖະກິດອາຊີ - ປາຊີຟິກ (APEC) ທີ່ໄດ້ຈັດຂຶ້ນຢູ່ນະຄອນດ່າໜັງ (11/2017), ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະນາຍົກລັດຖະມົນຕີອົດສະຕາລີໄດ້ປະກາດເຈດຕະນາຈຸດປະສົງຍົກສູງສາຍພົວພັນລະຫວ່າງສອງປະເທດໃຫ້ກາຍເປັນຄູ່ຣ່ວມມືຍຸດທະສາດ ແລະ ຄາດວ່າ ສອງຝ່າຍຈະລົງນາມເອກະສານຢ່າງເປັນທາງການໃນການຢ້ຽມຢາມອົດສະຕາລີທີ່ຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ມີນາ 2018).

ຕອບກັບ

ຂ່າວ/ບົດ​ອື່ນ