ຫວຽດນາມຖືມົງໂກນແມ່ນຄູ່ຮ່ວມມືສຳຄັນ

ຫວຽດນາມຖືມົງໂກນແມ່ນຄູ່ຮ່ວມມືສຳຄັນ - ảnh 1

(vovworld)- ຕອນ​ບ່າຍ​ວັນ​ທີ 4/4 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມົງ​ໂກນ Tsend Munkh Orgil  ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປ​ະ​ເທດ, ຫວຽດ​ນາມ ຍາມ​ໃດ​ກໍ​ຖື ມົງ​ໂກນ ແມ່ນ​ຄູ່​ຮ່ວ​ມມື​ສຳ​ຄັນ ແລະ ປາດ​ຖະ​ຫ​ນາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ສະ​ເຫ​ນີ: ສອງ​ປະ​ເທດ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້ນ​ສູງ, ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ທູດ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຊາດ. ພ້ອມ​ກັບ​ການ​ປະ​ສານ​ສົມ​ທົບ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນເປັນ​ຢ່າງ​ດີ, ຫວຽດ​ນາມ ກໍ​ສະ​ເຫ​ນີ ມົງ​ໂກນ ສະ​ຫ​ນັບ​ສະ​ຫ​ນູນ​ຫລັກ​ໝັ້ນ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຄົາ​ລົບ​ວິ​ວັດ​ການ​ການ​ທູດ ແລະ ນິ​ຕິ​ທຳຢ່າງ​ຄົບ​ຖ້ວນ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Tsend Munkh Orgil   ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຊາບ​ກ່ຽວກັບ​ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ. 


ຕອບກັບ

ຂ່າວ/ບົດ​ອື່ນ