ຫວຽດນາມຖືວ່າທຸກມາດຕະການແກ້ໄຂກ່ຽວຂ້ອງເຖິງJerusalemຄວນປະຕິບັດຕາມກົດໝາຍສາກົນ

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວນັດສາມັນ ແລະ ຕອບບາງຄຳຖາມຂອງນັກຂ່າວທີ່ມີຄວາມສົນໃຈ. ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງ ອາເມລິກາ ເປີດສະຖານທູດຢູ່ Jerusalem ແລະ ຄວາມເຄັ່ງຕຶງປີນຂັ້ນໄດຢູ່ພາກພື້ນນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ:

ຫວຽດນາມຖືວ່າທຸກມາດຕະການແກ້ໄຂກ່ຽວຂ້ອງເຖິງJerusalemຄວນປະຕິບັດຕາມກົດໝາຍສາກົນ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

(ພາບ:ກະຊວງການຕ່າງປະເທດຫວຽດນາມ )

ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ ຕິດຕາມ ແລະ ສະແດງຄວາມວິຕົກກັງວົນຕໍ່ສະພາບໃຊ້ຄວາມຮຸນແຮງປີນຂັ້ນໄດຢູ່ ເຂດ ກາຊາ ເຮັດໃຫ້ຊາວ ປາແລດສະຕີນ ຫລາຍຄົນເສຍຊີວິດ ໃນຊຸມມື້ຜ່ານມາ. ຫວຽດນາມ ອີກຄັ້ງຫນຶ່ງຮຽກຮ້ອງຈົ່ງອົດກັ້ນ, ຄັດຄ້ານການໃຊ້ອາວຸດ, ຢຸດຕິສະພາບຄວາມເຄັ່ງຕຶງປີນຂັ້ນໄດ, ແກ້ໄຂການປະທະກັນໂດຍສັນຕິວິທີ, ມານະພະຍາຍາມຊອກຫາມາດຕະການຮອບດ້ານ, ຍຸຕິທຳໝັ້ນຄົງ, ຮັບປະກັນຄວາມປອດໄພໃຫ້ຊີວິດອີນຊີຂອງປະຊາຊົນ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍກ່ຽວຂ້ອງກໍ່ຄືຮັບປະກັນສັນຕິພາບ ສະຖຽນລະພາບ ຢູ່ ພາກພື້ນ. ຫວຽດນາມ ຖືວ່າ ທຸກມາດຕະການແກ້ໄຂຕ້ອງປະຕິບັດຕາມກົດໝາຍສາກົນ. ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນສະຫນັບສະຫນູນການຕໍ່ສູ້ເປັນທຳຂອງປະຊາຊົນ ປາແລັດສະຕີນ, ສະຫນັບສະຫນູນມາດຕະການ 2 ລັດ.”

ທີ່ການປະຊຸມຂ່າວ, ເມື່ອຕອບຄໍາຖາມຂອງນັກຂ່າວ ທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມຕໍ່ ເລື່ອງອາເມລິກາຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        “ຫວຽດນາມຍາມໃດກໍສະໜັບສະໜູນການເຈລະຈາ ເພື່ອຊອກຫາບັນດາມາດຕະການສັນຕິພາບ ເພື່ອແກ້ໄຂທຸກຄວາມບໍ່ລົງລອຍກັນ. ພວກຂ້າພະເຈົ້າປາດຖະໜາວ່າ ບັນດາຝ່າຍເຂົ້າຮ່ວມແຜນການດຳເນີນງານຮ່ວມຮອບດ້ານ ຄວນສືບຕໍ່ຢືດໝັ້ນການເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂ ນຳມາເຊິ່ງສັນຕະພາບ, ສະຖຽນລະພາບຍາວນານໃຫ້ພາກພື້ນ ແລະ ໂລກ”.

        ກ່ຽວກັບເລື່ອງ ທ່ານປະທານາທິບໍດີອາເມລິກາ Donald Trump ຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong Un ໃນການພົບປະຂັ້ນສຸດຍອດ ໃນວັນທີ 12 ມິຖຸນາ ທີ່ສິງກະໂປ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມສະໜັບສະໜູນບັນດາຄວາມມານະພະຍາຍາມທີ່ມີລັກສະນະສ້າງສັນໃນການແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງແຫຼມເກົາຫຼີເວົ້າສະເພາະ ແລະ ໃນໂລກເວົ້າລວມ”.

ຕອບກັບ

ຂ່າວ/ບົດ​ອື່ນ