ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາຢາກ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບອົດສຕາລີ

ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາຢາກ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບອົດສຕາລີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ພົບ​ປະ​ກັບ​ຜູ້ຕາງໜ້າ
​ນັກ​ສຶກສາ ​ແລະ ຊາວ​ຫວຽດນາມ ​ພວມ​ອາ​ໄສ​ຢູ່ Sydney
(ພາບ: TTXVN)


(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ອົດສຕາ​ລີ​ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 17/03, ຢູ່​ນະຄອນ Sydney, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງລັດ​ຖະບານ​ຫວຽ​ດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະນາ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ກໍ່​ຄື​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ພັດທະນາ ​ໃນຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ຢູ່​ທີ່​ນີ້, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ:

        “​ເພື່ອ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ຢ່າງ​ແຮງ, ມີ​ປະສິດທິ​ຜົນ​ກວ່າ​ອີກ, ລັດຖະບານ​ຫວຽດນາມ ຈະສືບ​ຕໍ່​ສ້າງ​ໃຫ້​ສົມບູນ​ແບບ ​ແລະ ​ປະຕິບັດລະບອບ​ເສດຖະກິດ​ການ​ຕະຫຼາດ​ຢູ່​ຫວຽດນາມ ​ເປັນ​ຢ່າງ​ດີ, ປະຕິບັດ​ການ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ, ​ເປີດ​ເຜີຍ, ກະຈ່າງ​ແຈ​້ງລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າ​ງປະ​ເທດ​ຢູ່​ຕະຫຼາດ​ຫວຽດນາມ ​ໃຫ້​ຖືກ​ຕາມ​ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ. ຫວຽດນາມ ຢືນຢັນ​ຈະ​ສືບ​ຕໍ່​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ສາກົນ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ ຜ່ານ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ໃນ WTO ກໍ່​ຄື​ບັນດາ​ສັນຍາການ​ຄ້າ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​ອື່ນ​ຢ່າງ​ຄົບ​ຖ້ວນ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​ປະຕິບັດສັນຍາ​ການ​ຄ້າ​ເສລີ 8 ສະບັບ ​ແລະ ຈະ​ສືບ​ຕໍ່​ເຈລະຈາ​ເປີດ​ກວ້າງ​ຕະຫຼາດ, ​ເປີດ​ປະຕູ​ຕະຫຼາດ​ດ້ວຍ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ອື່ນ, ​ໂດຍ​ສະ​ເພາະ​ແມ່ນ FTA ​ໃໝ່ ດ້ວຍ​ຄວາມຕ້ອງການ​ສູງ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ມີ​ລັກສະນະ​ແກ່ງ​ແຍ້​ງໃນ​ພາກ​ພື້ນ​ອາ​ຊຽນ ​ແລະ ສ້າງ​ກອບ​ກົດໝາຍທີ່​ສອດຄ່ອງກັບກົດໝາຍ​ສາກົນ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ຫວຽດນາມ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຍັງ​ຢັ້ງຢືນ​ວ່າ: ຫວຽດນາມ ພວມ​ສຸມ​ໃສ່​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ດຶງ​ດູດ ​ແລະ ພັດທະນາ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ຊຸກ​ຍູ້​​ເສດຖະກິດ​​ພັດທະນາ, ນັ້ນ​ແມ່ນປະຕິບັດ​ສຳ​ເລັດ​ກົນ​ໄກ​ການ​ຕະຫຼາດ, ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພະ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຢືນຢັນ​ວ່າ, ຍາມ​ໃດລັດຖະບານ​ຫວຽດນາມ ກໍ່ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ທັງ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເສລີ ມີ​ປະສິດທິ​ຜົນ​ຍາວ​ນານຢູ່ຫວຽດນາມ, ​ໃນ​ຂອບ​ເຂດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ຂອງ​ຫວຽດນາມ.

        ກ່ອ​ນທີ່​ເດີນທາງ​ອອກ​ຈາກ​ນະຄອນ​ທ່າ​ກໍ່າ​ປັ່ນ Sydney ​​ເພື່ອ​​ເດີນທາງ​ໄປ​​ເຖິງ​ນະຄອນຫຼວງ Canbera, ຕອນ​ບ່າຍ​ວັນ​ທີ 17/03 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບປະ​​ເຈລະຈາກັບຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ອົດສຕາ​ລີ Peter Cosgrove ​ແ​ລະ ຜູ້​ວ່າການ​ລັດ New South Wales, David Hurley. ທີ່​ການ​ພົບ​ປະ​ເຈລະຈາ​ກັບທ່ານ Peter Cosgrove, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽນ​ດນາມ ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ອົດສຕາ​ລີ. ທີ່​ການ​ພົບ​ປະ​ກັບທ່ານ David Hurley, ທ່ານ​ນາຍົກລັດຖະມົນຕີ ສະ​ເໝີ​ໃຫ້​ລັດ New South Wales ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ 2 ປະ​ເທດ​ຮ່ວມ​ມື, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ​ເຂົ້າມາ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ແລະ ໜູນ​ຊ່ວຍ​ສິນຄ້າ​ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫຼາດອົດສຕາ​ລີ​.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນຢູ່ Sydney, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ນັກ​ສຶກສາ ​ແລະ ຊາວ​ຫວຽດນາມ ​ພວມ​ຮໍ່າຮຽນ, ​ເຮັດ​ວຽກ ​ແລະ ອາ​ໄສ​ຢູ່ Sydney. ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ໄປ​ຢ້ຽມຢາມ ​ແລະ ມີ​ບົດ​ກ່າວ​ໄປ​ໄສ​ສຳຄັນ, ​ແລກປ່ຽນ​ກັບ​ບັນດາ​ນັກຮຽນ​ຮູ້​ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ Lowy.

ຂ່າວ/ບົດ​ອື່ນ