ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ແກ່ ກຳ​ປູ​ເຈຍ

(VOVWORLD) -ໂດຍໂດ້ຮັບຄຳເຊີນຂອງທ່ານຮອງປະທານ, ຫົວໜ້າຄະນະປະຈຳພັກປະຊາຊົນ ກຳປູເຈຍ CPP, ປະທານສະພາສູງ ກຳປູເຈຍ Say Chhum, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 17 ຫາວັນທີ 19 ຕຸລາ 2022.

ຕອນບ່າຍວັນທີ 17 ຕຸລາ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ພະບໍລົມວົງສາກຸມມານ Norodom Sihamoni. ນະທີ່ນີ້, ພະບໍລົມວົງສາກຸມມານ Norodom Sihamoni ໄດ້ເນັ້ນໜັ້ກເຖິງສາຍພົວພັນຖານບ້ານໃກ້ເຮືອນຄຽງ, ໄມຕີຈິດມິດຕະພາບອັນດີງາມ ແລະ ຍາມໃດກໍອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ພ້ອມທັງສະແດງຄວາມປະຕິຊົມຊື່ນຕໍ່ຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.       

        ສ່ວນທ່ານ ຫວໍວັນເຖືອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ ແລະ ໃຫຍ່ຫຼວງຫຼາຍຢ່າງກວ່າອີກ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າແກ່ສາຍພົວພັນ ຫວຽດນາມ - ກຳປູເຈຍ.

ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ແກ່ ກຳ​ປູ​ເຈຍ - ảnh 1ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຄອມມູນິດ ຫວຽດນາມ ພົບປະເຈລະຈາກັບທ່ານ Say Chchum, ຮອງປະທານ, ຫົວໜ້າຄະນະປະຈຳສູນກາງພັກ CPP, ປະທານສະພາສູງ ກຳປູເຈຍ (ພາບ: VOV)

 ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Say Chchum, ຮອງປະທານ, ຫົວໜ້າຄະນະປະຈຳສູນກາງພັກ CPP, ປະທານສະພາສູງ ກຳປູເຈຍ. ສອງຝ່າຍໄດ້ເຫັນດີເປັນເອກະສັນ ຕໍ່ທິດທາງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະຈະມາເຖິງ ແລະ ລົງນາມໃນຂໍ້ຕົກລົງວ່າດ້ວຍການພົບປະແລກປ່ຽນຄະນະຜູ້ແທນ ລະຫວ່າງພັກຄອມມູນິດ ຫວຽດນາມ ກັບ ພັກປະຊາຊົນ ກຳປູເຈຍ ໄລຍະ 2022 – 2024.

ຕອບກັບ

ຂ່າວ/ບົດ​ອື່ນ