ຫວຽດນາມຖືເປັນສຳຄັນການ ປັບປຸງ, ເພີ່ມທະວີການພົວພັນ ມິດຕະພາບ ແລະ ຮ່ວມມື ກັບໄທ

ຫວຽດນາມຖືເປັນສຳຄັນການ ປັບປຸງ, ເພີ່ມທະວີການພົວພັນ ມິດຕະພາບ ແລະ ຮ່ວມມື ກັບໄທ - ảnh 1
(ພາບ:http://nguyensinhhung.net)

ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ ທ່ານ​ປະທານ​​ວຸດ​ທິສະພາ​ໄທ ທີຣາ​ເດັດ ມີ​ພຽນ ​ທີ່​ພວມ​ຢູ່ຢ້ຽ​ມຢາມ​​ຫວຽດນາມຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່ ປະຊາຊົນ​ ໄທທີ່​ຫາ​ກໍ່​ຮັບ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ຈາກ​ໄພ​ນ້ຳ​ຖ້ວມ​ກໍ່​ຂຶ້ນ, ທ່ານ​ປາດ​ຖະໜາ​ວ່າ ລັດຖະບານ ​ແລະ ປະຊາ​ຊົນ​ໄທ​ຈະແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ທຳ​ມະ​ຊາດ​ໂດຍ​ໄວ ເພື່ອ​ສືບ​ຕໍ່​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​. ຢັ້ງຢືນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ໃຫ​້​ແກ່​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ກັບ​ໄທ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນຊິງ​ຮູ່ງ ຫວັງ​ວ່າ 2 ຝ່າຍ​ເພີ່ມ​ທະວີ​ການ​ພົບ​ປະ​ແລ​ກປ່ຽນບົດຮຽນ​ໃນ​ການ​ປະຕິບັດ​ງານ​ລະຫວ່າງ​ບັນດາ​ອົງການ​ວິຊາ​ການ​ຂອງ ສະພາ​ແຫ່ງ​ຊາດ 2 ປະ​ເທດ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ 2 ປະ​ເທດ​ເຂົ້າມາລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ຂອງ​ກັນ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​​ໃຫ້ຊາວ​ຫວຽດນາມ​ ​ແລະ ຊາວ​ໄທອາ​ໄສ​ຢູ່​ຕ່າງປະ​ເທດ​ທຳ​ມາ​ຄ້າຂາຍ​ເປັນ​ປົກກະຕິ, ປະກອບສ່ວນ​ສ້າງສາ​ປະ​ເທດ​ທີ່​ເຂົ້າ​ເຈົ້າປະຈຳ​ຖີ່​ນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ສ່ວນທ່ານ​ປະທານ​​ວຸດ​ທິສະພາ​ໄທ ທີຣາ​ເດັດ ມີ​ພຽນ​ ຢືນຢັນ​ຈະ​ສະໜັບສະໜູນ​​ເຊື່ອ​ເຫຼືອ ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ປະຕິບັດ​ງານ​ຢູ່​ຫວຽດນາມ, ຫວັງ​ວ່າ: 2 ຝ່າຍ​ຈະ​ແລ​ກປ່ຽນ, ຮ່ວມ​ມື​ລະຫວ່າງ​ບັນດາ​ກຸ່ມ​ສະມາຊິກ ສະພາ​ແຫ່ງ​ຊາດ ​ເປັນ​ປະຈຳ ​ເພື່ອ​ເພິ່ມທະວີ​ສາຍ​ພົວພັນ​ລະຫວ່າງ​ປະຊາຊົນ ​ແລະ ສະພາ​ແຫ່ງ​ຊາດ 2 ປະ​ເທດ ຢ່າງ​ແໜ້ນ​ແຟ້ນ, ​​ແລະເຊື່ອ​ໝັ້ນ​ວ່າສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ໄທ​ຈະ​ມີ​ການ​ພັດທະນາ ​ແລະ ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ອະນາຄົດ​​ໃຫ້​ດີກ່ວາ​ອີກ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ວຸດ​ທິສະພາ​ໄທ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢ່າງ​ສະໜິດສະໜົມ.

ຂ່າວ/ບົດ​ອື່ນ