ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບUAEກ່ວາອີກ

ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບUAEກ່ວາອີກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ແລະ ທ່ານ Khalid Ibrahim Abdulaziz Shohail Al
(ພາບ: Lâm Khánh–TTXVN)

(vovworld) - ຫວຽດນາມ​ຖື​​ເປັນ​ສຳຄັນການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ UAE ກ່ວາ​ອີກ - ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນຄື​ແນວ​ນັ້ນ​ໃນ​ການ​ຕ້ອນຮັບທ່ານ Khalid Ibrahim Abdulaziz Shohail Al – Qahtani ​ເອກ​ອັກຄະ​ລັດຖະທູດ​ ຢູ​ໄນ​ເຕັດ ອາຣັບ ​ເອມີ​ເຮັດ (UAE) ປະຈຳ ຫວຽດນາມ ​ໃນ​ວັນ​ທີ 20/8.

    ​ເມື່ອ​​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຢູ​ໄນ​ເຕັດ ອາຣັບ ​ເອມີ​ເຮັດ ປະຈຳ ຫວຽດນາມ ລ້ວນ​ແຕ່​ຖື​ວ່າ: 2 ປະ​ເທດ​ຍັງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​​ສາມາດ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

    ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຢູ​ໄນ​ເຕັດ ອາຣັບ ​ເອມີ​ເຮັດ ປະຈຳ ຫວຽດນາມ  ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ພິ​ເສດ​​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ຕັ້ງໜ້າ​ເພີ່ມ​ທະວີ​ແລກ​ປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິ​ບັນຍັດ, ສູ້​ຊົນ​​ເພື່ອ​ບັນລຸວົງ​ເງິນການ​ຄ້າ 2 ຝ່າຍ​ປີ 2014 ​ໃຫ້​ໄດ້ 5 ຕື້ USD. ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ດ້ານ​ທຶນຮອນ, ຫວຽດນາມ ປາດ​ຖະໜາ​ວ່າ: ບັນດາ​ນັກ​ລົງທຶນ​ຂອງ ຢູ​ໄນ​ເຕັດ ອາຣັບ ​ເອມີ​ເຮັດ ຈະລົງທຶນ​ເຂົ້າ​ບັນດາ​ໂຄງການ​ຢູ່ ຫວຽດນາມ.


ຂ່າວ/ບົດ​ອື່ນ