ຫວຽດນາມຖືເປັນສຳຄັນການປັບປຸງແລະພັດທະນາການພົວພັນກັບອັງໂກລາ

ຫວຽດນາມຖືເປັນສຳຄັນການປັບປຸງແລະພັດທະນາການພົວພັນກັບອັງໂກລາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
​ຫວຽດ​ນາມ ຟ້າມ​ບີງ​ມີງ  ແລະ  ທ່ານ Georges Rebelo Chikoti, 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມືສາ​ກົນ ອັງ​ໂກ​ລາ. 
ພາບ:TTXVN

(VOVworld)- ຕອນ​ບ່າຍ​ວັນ​ທີ 25/4, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Georges Rebelo Chikoti,  ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມືສາ​ກົນ ອັງ​ໂກ​ລາ  ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ: ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເພີ່​ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ສອງ​ປະ​ເທດ. ພ້ອມ​ທັງ​ສະ​ເຫ​ນີ ສອງ​ປະ​ເທດ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫ​ນ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ​ສາ​ກົນ ແລະ ປາດ​ຖະ​ຫ​ນາ ອັງ​ໂກ​ລາ ສະ​ຫ​ນັບ​ສະ​ຫ​ນູນ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021.

ກ່ອນ​ຫ​ນ້ານັ້​ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ເຈ​ລະ​ຈາ​ກັບ​​ທ່ານ Georges Rebelo Chikoti,  ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມືສາ​ກົນ ອັງ​ໂກ​ລາ. 


ຕອບກັບ

ຂ່າວ/ບົດ​ອື່ນ