ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບUzbekistan


ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບUzbekistan - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຕ້ອນ​ຮັບ
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີກະຊວງ​ກະສິກຳ ​ແລະ ​ແຫຼ່ງນ້ຳ Uzbekistan)


(vovworld) - ຕອນ​ບ່າຍ​ວັນ​ທີ 9/2, ຢູ່ ຮ່າ​ໂນ້ຍ, ​ເມື່ອ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີກະຊວງ​ກະສິກຳ ​ແລະ ​ແຫຼ່ງນ້ຳ Uzbekistan, ທ່ານ , ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ​ປັບປຸງ ​ແລະ ພັດທະນາ​ການ​ຮ່ວມ​ມື​ກັບ Uzbekistan. ທ່ານ​ສະ​ເໜີ​ສອງ​ຝ່າຍ​ຍູ້​ແຮງ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາ​ຄະນະ​ຂັ້ນ​ສູງ, ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຕຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ​ແນວ​ພັນ​ປູກ, ລ້ຽງສັດ ​ແລະ ນ້ຳມັນ​ອາຍ​ແກ​ສ… ພ້ອມ​ນັ້ນ, ທັງ​ສອງ​ຝ່າຍ​ເປີດ​ກວ້າງ​ການ​ແລກປ່ຽນ​ວັດທະນະທຳ, ​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ກັນ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, Uzbekistan ສືບ​ຕໍ່​ສະໜັບສະໜູນ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ ຫວຽດນາມ ຢູ່​ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ສອງ​ຝ່າຍ​ຢູ່​ພາກ​ພື້ນ ​ແລະ ​ໂລກ.

        ສ່ວນ​ທ່ານ Mirzaev Zoyir ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີກະຊວງ​ກະສິກຳ ​ແລະ ​ແຫຼ່ງນ້ຳ Uzbekistan,        ກໍ່​ໃຫ້​ຮູ້​ວ່າ, Uzbekistan ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ​ ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ປີ 2017 ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ຝ່າຍ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ