ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ມົງ​ໂກ​ນ

(VOVWORLD) - ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກປະຊາຊົນ ມົງໂກນ ແລະ ລັດ ມົງໂກນ. 
ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ມົງ​ໂກ​ນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: sggp.org.vn)

ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນເວັນເນັນ ເລຂາຄະນະພັກນະຄອນ ນະຄອນໂຮ່ຈີມິນ, ທີ່ການພົບປະກັບທ່ານ Yangug Sodbaatar ເລຂາທິການໃຫຍ່ພັກປະຊາຊົນ ມົງໂກນ ກຳອຳນາດ ໃນຕອນບ່າຍວັນທີ 4 ກໍລະກົດ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມົງໂກນ.

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນໃນບັນດາຊ່ອງທາງພັກ, ລັດ, ປະຊາຊົນ, ໃນນັ້ນຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມົງໂກນ ໃນປີ 2024, ເພີ່ມທະວີການພົວພັນຊ່ອງທາງພັກ, ເສີມຂະຫຍາຍບົດບາດກຳນົດທິດຍຸດທະສາດຂອງສອງພັກ ກຳອຳນາດ ຕໍ່ການພົວພັນສັງລວມຂອງສອງປະເທດ. ພ້ອມກັນນັ້ນ, ກໍ່ສົມທົບກັນຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ນ້ຳໃຈມິດຕະພາບ, ສ້າງພື້ນຖານສັງຄົມຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາ ຂອງການພົວພັນ ຫວຽດນາມ - ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ