ຫວຽດນາມຖືເປັນສຳຄັນການພັດທະນາພົວພັນກັບມົງໂກນ


ຫວຽດນາມຖືເປັນສຳຄັນການພັດທະນາພົວພັນກັບມົງໂກນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ແລະ ທ່ານ ຫົວໜ້າ​ອົງການ​ກວດ​ສອບ​ບັນຊີແຫ່ງ​ຊາດ​ມົງ​ໂກນ Zangad Ayur,
(ພາບ: Doãn Tấn/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 2/12, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ກວດສອບ​ບັນຊີ​ແຫ່ງ​ຊາດ​ມົງ​ໂກນ ​ໂດຍ​ທ່ານ Zangad Ayur, ຫົວໜ້າ​ອົງການ​ກວດ​ສອບ​ບັນຊີແຫ່ງ​ຊາດ​ມົງ​ໂກນ ນຳ​ໜ້າ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ສືບ​ຕໍ່​ປັບປຸງ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ມົງ​ໂກນ.

             ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ປາດ​ຖະໜາ​ວ່າ: 2 ຝ່າຍ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ໃນ​ການ​      ເຄື່ອ​ນໄຫວການ​ກວດສອບ​ບັນຊີ, ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. 2 ຝ່າຍ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ກຸ່ມ​ສະມາຊິກ​ສະພາ​ແຫ່ງຊາດມິດຕະພາບ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ຍິ່ງກ່ວາ​ອີກ. 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ນຳ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ສົມ​ກັບ​ການ​ພົວພັນດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​, 2 ສະພາ​ແຫ່ງ​ຊາດ​ຫວຽດນາມ-​ມົງ​ໂກນອັນ​ດີງາມ.

 



 



ຂ່າວ/ບົດ​ອື່ນ