ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ

(VOVWORLD) - ຈະພ້ອມກັນສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນດ້ານປ້ອງກັນຊາດ ແລະ ການຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ ຫວຽດນາມ ແລະ ລັດເຊຍໃຫ້ກວ່າອີກ.
ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ - ảnh 1 (ພາບປະກອບ)

ວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ພົນໂທ ເບ໋ຊວນເຈື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມາທິການຫວຽດນາມ ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ ໄດ້ພົບປະເຈລະຈາກັບທ່ານ Vladimir Nikolaevich Drozhzhov, ຮອງຜູ້ອຳນວຍການອົງການສະຫະພັນກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານຂອງລັດເຊຍ, ປະທານກຳມາທິການລັດເຊຍໃນຄະນະກຳມະການລະຫວ່າງລັດຖະບານລັດເຊຍ - ຫວຽດນາມ ກ່ຽວກັບ ການຮ່ວມມືດ້ານເຕັກນິກການທະຫານ. ພົນໂທ ເບ໋ຊວນເຈື່ອງເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ, ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນດ້ານປ້ອງກັນຊາດ ແລະ ການຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ ຫວຽດນາມ ແລະ ລັດເຊຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ