ຫວຽດນາມຖືເປັນສຳຄັນການຮ່ວມມືຮອບດ້ານໃນຫຼາຍຂົງເຂດກັບອາເມລິກາ

ຫວຽດນາມຖືເປັນສຳຄັນການຮ່ວມມືຮອບດ້ານໃນຫຼາຍຂົງເຂດກັບອາເມລິກາ - ảnh 1
ທ່ານ​ພົນ​ຕີ ຫວໍ້​ວັນ​ຕ໋ວນ, ຮອງ​ຫົວໜ້າ​ເສນາ​ທິການໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ແລະ ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມລິ​ກາ Micchael G.Vickers
(ພາບ: Nguyễn Hồng Pha/TTXVN)

(vovworld) -  “ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ຮອບດ້ານ​ໃນຫຼາຍຂົງ​ເຂດ​ກັບ ອາ​ເມລິ​ກາ” ​ນັ້ນແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ພົນ​ຕີ ຫວໍ້​ວັນ​ຕ໋ວນ, ຮອງ​ຫົວໜ້າ​ເສນາ​ທິການໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມລິ​ກາ Micchael G.Vickers ​ໃນ​ຕອນ​ບ່າຍ​ວັນ​ທີ 18/3.                       ທີ່​ການ​ຕ້ອນ​ຮັບ, ທ່ານ​ພົນ​ຕີ ຫວໍ້​ວັນ​ຕ໋ວນ ຊີ້​ແຈ້ງ​ວ່າໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​​ໄລຍະ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​​ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ປ້ອງ​ກັນ​ທະ​ເລ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ ບາງ​ລາຍການ​ມະນຸດສະທຳ....ຫວຽດນາມ ປາດ​ຖະໜາວ່າ​ໃນ​ຕໍ່ໜ້າ​ຈະ​ມີຫຼາຍໂຄງການຮ່ວມ​ມື​ໃໝ່ກັບ ອາ​ເມລິ​ກາ ​ກວ່າ​ອີກ.

      ສ່ວນ​ທ່ານ Micchael G.Vickers ກໍ່ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ ​ຂົງ​ເຂດຕ່າງໆ, ​ແລະ​ຫວັງ​ວ່າ​ໃນ​ການ​ຢ້ຽມຢາມ ອາ​ເມລິ​ກາ ຂອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຈະມາເຖີງ, ສອງຝ່າຍຈະ​ກຳນົດບັນ​ດາ​ບັນຫາ​ທີ່​ຄວນ​ ​ຮ່ວມ​ມືຕືມ​ອີກ, ​ໃນ​ນັ້ນມີ​ຂົງ​ເຂດ​ຕ່າງໆຄື ໜຸນຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ທະ​ເລ, ອາ​ດຊະຍາກຳ​ຢາ​ເສບ​ຕິດ....




                                                                                                                                                                                          
ຂ່າວ/ບົດ​ອື່ນ