ຫວຽດນາມຖືເປັນສຳຄັນວຽກງານແກ້ໄຂຮ້ອງທຸກ,ຮ້ອງຟ້ອງແລະປ້ອງກັນຕ້ານການສໍ້ລາດບັງຫຼວງ

ຫວຽດນາມຖືເປັນສຳຄັນວຽກງານແກ້ໄຂຮ້ອງທຸກ,ຮ້ອງຟ້ອງແລະປ້ອງກັນຕ້ານການສໍ້ລາດບັງຫຼວງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຜູ້ອຳນວຍການອົງການສືບສວນການ​ກະທຳ​ສໍ້​ລາດ​ບັງ​ຫຼວງ)


​​(vovworld) - ທ່ານ​ ຫງວຽນຊວນຟຸກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ຫົວ​ໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຢືນຢັນ​ວ່າ, ຫວຽດນາມ ​ຖື​ເປັນ​ສຳຄັນ​ວຽກ​ງານ​ແກ້​ໄຂ​ຮ້ອງທຸກ, ຮ້ອງຟ້ອງ ​ແລະ ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ການ​ຕ້ອນຮັບ​ທ່ານ Wong Hong Kuan, ຜູ້ອຳນວຍການອົງການສືບສວນການ​ກະທຳ​ສໍ້​ລາດ​ບັງ​ຫຼວງ, ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ​ໃນ​ວັນທີ 21/07. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ວຽກ​ງານ​ກວດກາ, ​ແກ້​ໄຂ​ຮ້ອງທຸກ, ຮ້ອງຟ້ອງ ​ແລະ​ ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ໜ້າ​ທີ່​ສຳຄັນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັງ​ໜຶ່ງ ​ເພື່ອ​ສ້າງ​ພື້ນຖານ​ບໍລິຫານ​ອາຊີບ, ທັນ​ສະ​ໄໝ, ​ເພື່ອ​ໃຫ້​ພື້ນຖານ​ບໍລິຫານຂອງ​ລັດ​ເຄື່ອນ​ໄຫວ​ຢ່າງ​ມີ​ຜົນ​ສັກ​ສິກ, ປະສິດທິ​ຜົນ, ​ເປີດ​ເຜີ​ຍ, ກະຈາ​ງ​ແຈ້ງ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ​ ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ ສົ່ງ​ເສີມ ​ແລະ ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ອົງການ​ກວດກາ 2 ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຜ່ານ​ນັ້ນ ຊຸກຍູ້​ການ​ພົວພັນ​ມິດຕະພາບລະ​ຫວ່າງ 2 ປະ​ເທດ​ຫວຽດນາມ - ສິງກະ​ໂປ.

        ສ່ວນ​ທ່ານ Wong Hong Kuan ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ໃນວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ Wong Hong Kuan ປາດ​ຖະໜາ​ວ່າ, ​ໃນ​ໄລ​ຍຈະ​ມາ​ເຖິງ, ອົງການ​ກວດກາ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ແບ່​ງປັນ​ບົດ​ຮຽນ ​ເພື່ອ​ສ້າງ​ລະບອບ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ສົມບູນ​​ແບບ.
ຂ່າວ/ບົດ​ອື່ນ