ຫວຽດນາມຖືເປັນສຳຄັນແລະພັດທະນາສາຍພົວພັນຮ່ວມມືມິດຕະພາບກັບມົງໂກນ

(VOVWORLD) - ໂດຍຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ມົງໂກນ ໂດຍທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ນຳໜ້າ, ແລະ ພັນລະຍາໄດ້ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 20 – 23 ມັງກອນ.

ຕອນເຊົ້າວັນທີ 22 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການເຈລະຈາກັບ ທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold.

ຫວຽດນາມຖືເປັນສຳຄັນແລະພັດທະນາສາຍພົວພັນຮ່ວມມືມິດຕະພາບກັບມົງໂກນ - ảnh 1 ທ່ານນາງ ຫງວຽນທິກິມເງິນແລະ ທ່ານ Miyegombo Enkhbold

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າຍາມໃດຫວຽດນາມກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ມົງໂກນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າທັງສອງຝ່າຍຄວນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ການຄ້າໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງຝ່າຍ, ເໝາະສົມກັບການພົວພັນທາງດ້ານເສດຖະກິດອັນດີງາມລະຫວ່າງສອງປະເທດ. ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

        “ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມະທິການ, ສະມາຊິກລັດຖະສະພາ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ສົມທົບກັນກວດກາ, ຕິດຕາມກວດກາການປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງສອງປະເທດ, ເພື່ອໃຫ້ບັນດາສັນຍານີ້ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ນຳມາເຊິ່ງປະສິດທິຜົນ ແລະ ຜົນປະໂຫຍດແທດຈິງໃຫ້ທັງສອງຝ່າຍ“.

        ສ່ວນ ທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ກໍ່ຢືນຢັນວ່າ, ມົງໂກນ ສະໜັບສະໜູນ ຫວຽດນາມ ສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ, ສະຫະປະຊາຊາດ ອາຍຸການ 2020 – 2021; ເຫັນດີຕໍ່ຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ແກ້ໄຂການແກ່ງແຍ້ງກັນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ.

        ພາຍຫຼັງການເຈລະຈາ, ປະທານສະພາແຫ່ງຊາດທັງສອງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ມົງໂກນ ໄລຍະ 2018-2022 ແລະ ເປັນສັກຂີພິຍານການເຊັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະພາປະຊາຊົນແຂວງ ຮ່ວາບິ່ງ ແລະ ສະພາປະຊາຊົນແຂວງ Tuv, ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ