ຫວຽດນາມຖືເປັນສຳຄັນແລະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືອາຊຽນ-ລັດເຊຍ

(VOVWORLD) -ໃນວັນທີ 17 ແລະ 18 ພຶດສະພາ ຢູ່ ມົດສະກູ ປະເທດ ລັດເຊຍ ໄດ້ດຳເນີນກອງປະຊຸມເຈົ້າຫນ້າທີ່ອາວຸໂສ (SOM) ອາຊຽນ - ລັດເຊຍ.  ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. 

ນະທີ່ນີ້ ສອງຝ່າຍໄດ້ຢືນຢັນຄືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າ ອາຊຽນ - ລັດເຊຍ, ເຫັນດີເພີ່ມທະວີຄວາມມານະພະຍາຍາມມຸ່ງໄປເຖິງເລື່ອງຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ແລະ ຕັ້ງຫນ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນກອງປະຊຸມຂັ້ນສູງສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ລັດເຊຍ ຈັດຕັ້ງເມື່ອວັນທີ 20 ພຶດສະພາປີ 2016 ຢູ່ ນະຄອນ  Sochi ປະເທດລັດເຊຍ. ລັດເຊຍ ຢືນຢັນ ຖືເປັນສຳຄັນການພົວພັນກັບ ອາຊຽນ, ສະຫນັບສະຫນູນຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ ຢູ່ ພາກພື້ນ, ສືບຕໍ່ເຂົ້າຮ່ວມບັນດາກົນໄກໂດຍອາຊຽນ ເປັນເຈົ້າພາທາງ ຢ່າງເລິກເຊິ່ງກວ້າງຂວາງກວ່າ, ເນັ້ນຫນັກເຖິງຄວາມສຳຄັນຂອງເລື່ອງສ້າງໂຄງສ້າງພາກພື້ນເປີດ ແລະ ຮອບດ້ານ.  ກ່າວຄຳເຫັນທີ່ການປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢູງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມື ອາຊຽນ - ລັດເຊຍ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ