ຫວຽດນາມຖືເປັນສຳຄັນແລະໃຫ້ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ

ຫວຽດນາມຖືເປັນສຳຄັນແລະໃຫ້ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ - ảnh 1
ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຮ່ວາຍ​ຈູງ

(vovworld) – ຫວຽດນາມ​ຖື​ເປັນ​ສຳຄັນ​ ແລະ​ ບຸລິມະສິດ​​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ຫວຽດນາມ -​ ລັດ​ເຊຍ - ນີ້​ແມ່ນ​ຄຳຢືນ​ຢັນຂອງ​ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຮ່ວາຍ​ຈູງ ​ເມື່ອ​ຕອບ​ສຳ​ພາດຕໍ່​ບັນດາ​ອົງການ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ ຢ່າງ​ຈົບງາມ. ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ຊີ້​ແຈ້ງວ່າ: 2 ປະ​ເທດ ຫວຽດນາມ ​- ລັດ​ເຊຍ ​ເຫັນ​ດີ​ເປັນ​ເອກະສັນ​ຮັກສາ​ການ​ພົບ​ປະ​ຂັ້ນ​ສູງ, ສືບ​ຕໍ່​ສົ​ມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ບັນດາ​ເວທີ​​ປາ​ໄສ​ສາກົນ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2 ຝ່າຍ​​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ 9 ສະບັບໃນ​ຂົງ​ເຂດ​ນ​ຳ້ມັນ​ອາຍ​ແກັດ, ການ​ລົງທຶນ... ຄຽງຄູ່​ກັນ​ນັ້ນ, ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ກໍ່​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ອື່ນໆ​ຄື: ການ​ສຶກສາ, ມະນຸດສະ​ທຳ, ​ເຕັກ​ນິກການ​ທະຫານ… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ ລັດ​ເຊຍ ສະໜັບ​ສະຫ​ນູນ​ເລື່ອງ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ສຳ​ຫຼວດ, ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກັັດຢູ່​ເຂດ​ໄຫລ່​ທະວີບ​ຂອງ ຫວຽດນາມ.

        ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ບັນດາໝາກ​ຜົນທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມຂັ້ນ​ສູງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ, ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ: ​ເລື່ອງ ອາ​ຊຽນ - ລັດ​ເຊຍ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ຕາມ​ຂໍ້​ລິ​ເລ່ີ​ມຂອງ​ທ່ານ​ປະທານາທິບໍດີ Putin ສະ​ແ​ດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ລວມຂອງ 2 ຝ່າຍ​ກ່ຽວ​ກັບ​ຄວາມ​ຮຽກຮ້ອງຕ້ອງການ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ສະພາບ​ການ​ໃໝ່. ບັນດາ​ການ​ນຳ​​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ Sochi ມີ​ຄວາມ​ໝາຍ​ສຳຄັນ​ຢັ້ງຢືນ​ບັນດາ​ຫຼັກການ ​ແລະ ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ຝ່າຍ​​ໃນ​ຫຼາຍ​ຂົງ​ເຂດ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ໜູນ​ຊ່ວຍ ອາ​ຊຽນ ​ເຊື່ອມ​ໂຍງ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ປະກອບສ່ວນ​ປັບປຸງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດ​ຖະນາ​ຖາວອນ​ຢູ່​ພາກ​ພື້ນ.


ຂ່າວ/ບົດ​ອື່ນ