ຫວຽດນາມທຳລາຍສອງສະຖິຕິອາຊີຕາເວັນອອກສ່ຽງໃຕ້ຢູ່ອາຊຽນ Para Games8

ຫວຽດນາມທຳລາຍສອງສະຖິຕິອາຊີຕາເວັນອອກສ່ຽງໃຕ້ຢູ່ອາຊຽນ Para Games8 - ảnh 1
ນັກກິລາ ຫງວຽນແທງຊວນ
(ພາບ: TTXVN)

(vovworld) - ​ໃນ​ການ​ແຂ່ງຂັນ​ມື້​ທີ 3 ຂອງ​ຄະນະ​ນັກ​ກິລາ​ພິການ​ຫວຽດນາມ​ທີ່ ອາ​ຊຽນ Para Games 8, ນັກ​ກິລາ​ຫວຽດນາມ​ໄດ້​ທຳລາຍ​ສອງ​ສະຖິຕິ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ກິລາ​ປະ​ເພດ​ຍົກ​ນ້ຳໜັກ ​ແລະ ລອຍ​ນຳ້. ນັກ​ກິລາ​ບຍົກ​ນ້ຳໜັກ​ລຸ້ນນຳ້ໜັກ 65 kg ຫງວຽນ​ແທງ​ຊວນ  ທຳລາຍ​ສະຖິຕິ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ດ້ວຍ​ຜົນງານຍົກ 171 kg ​ແລະ ນັກ​ກິລາລອຍ​ນຳ້​ທ່າເສລີ ​ໄລຍະ​ທາງ 400 ​ແມັດ ຟ້າ​ມ​ແອ​ງຕູ໋, ທຳລາຍ​ສະຖິຕິອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້  ດ້ວຍ​ຜົນງານ 5'37.82.  ​ໄລ່​ຮອດ 18 ​ໂມງ ວັນ​ທີ 6/12, ຄະນະ​ນັກ​ກິລາ​ຄົນ​ພິກາ​ນຫວຽດນາມ ຍາດ​ຫຼຽນ​ທັງ​ໝົດໄດ້ 74 ຫຼຽນ, ​ໃນ​ນັ້ນ​ມີ 24 ຫຼຽນ​ຄຳ. ຄະນະ​ນັກ​ກິລາ​ຄົນ​ພິການ​ໄທ​ຖືກ​ຈັດ​ອັນ​ດັບ​ໜຶ່ງ, ດ້ວຍ 25 ຫຼຽນ​ຄຳ.

 

 

ຂ່າວ/ບົດ​ອື່ນ