ຫວຽດນາມນັບມື້ນັບມີບົດບາດສຳຄັນໃນການຮັບປະກັນສັນຕິພາບ,ສະຖຽນລະພາບໃນໂລກ

ຫວຽດນາມນັບມື້ນັບມີບົດບາດສຳຄັນໃນການຮັບປະກັນສັນຕິພາບ,ສະຖຽນລະພາບໃນໂລກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
(ພາບ: thế giới & Việt Nam)


(vovworld) – “ການ​ທູດ​ຫວຽດນາມ: 70 ປີ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກຳນົດ​ທິດ​ອະນາຄົດ” ​ແມ່ນ​ຊື່​ຂອງ​ກອງ​ປະຊຸ​ມສຳ​ມະ​ນາ​ໂດ​ຍກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈັດ​ຕັ້ງ​ໃນຕອນ​ເຊົ້າ​ວັນ​ທີ 20/08, ຢູ່​ຮ່າ​ໂນ້ຍ, ​ເນື່ອ​ງໃນ​ໂອກາດສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ​, ​ວັນ​ສະຖາ​ປະ​ນາທີ 02​ ກັນ​ຍາ ​ແລະ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະນາ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ, ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ, ຮອງ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງ​ໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ອົງການຈັດ​ຕັ້ງ​ພາກ​ພື້ນ​ຢູ່ຫວຽດນາມ ກວ່າ 50 ທ່ານ. ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ​ສຳ​ມະນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ.

        “​ແຜນ​ນະ​ໂຍບາຍ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການ​ຍູ້​ແຮງ​ກວ່າ​ອີກ, ຫວຽດນາມ ຈະ​ມານະ​ພະຍາຍາມ​ນຳ​ບັນດາ​ການ​ພົວພັນ​ການ​ຕ່າງປະ​ເທດ​​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ພັດທະນາ​ການ​ພົວພັນ​ກັບບັນດາ​ຄູ່​ຮ່ວມ​ມື​ຫຼັກ​​ແຫຼ່ງ ​ແລະ ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ການ​ທູດ​ຫຼາຍ​ຝ່າຍ, ຫວຽດນາມ ສືບ​ຕໍ່​ຮັກສາ​ບົດບາດ​​ສະມາຊິກ​ທີ່​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິ​ດຊອບ​ຂອງ​ອາ​ຊຽນ, ກໍ​ຄື​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ​ອື່ນ, ກ່ອນ​ອື່ນ​ໝົດ​ແມ່ນ​ສະ​ຫະປະຊາ​ຊາດ”.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບົດ​ປະກອບ​ຄວາມ​ເຫັນ​ຂອງ​ບັນດາເອກ​ອັກຄະ​ລັດຖະທູດ, ຮອງ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງ​ໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນລ້ວນ​ແຕ່​ຢືນຢັນ​ວ່າ, ​ໃນ​ຕະຫຼອດ 70 ປີ​ທີ່​ຜ່ານ​ມ​າ, ຍາມ​ໃດ​ຫວຽດນາມ ກໍຮັກສາ​ພື້ນຖານ​ການ​ທູດ​ສັນຕິພາບ​ໃກ້ຊິດ, ຄ່ອງ​ແຄ້ວ ​ແລະ ນັບ​ມື້​ນັບ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ກໍ​ຄື​ໃນ​ໂລກ.

ຂ່າວ/ບົດ​ອື່ນ