ຫວຽດນາມນັບມືນັບເຊື່ອມໂຍງຢ່າງເລິກເຊິ່ງເຂົ້າພື້ນຖານເສດຖະກິດທົ່ວໂລກ

ຫວຽດນາມນັບມືນັບເຊື່ອມໂຍງຢ່າງເລິກເຊິ່ງເຂົ້າພື້ນຖານເສດຖະກິດທົ່ວໂລກ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ລົງນາມສັນຍາການຄ້າ
ເສລີລະຫວ່າງຫວຽດນາມ ແລະ ພັນທະ​ມິດເສດຖະກິດ ອາຊີ-ເອີ​ລົບ
(ພາບ: Duc Tam/TTXVN)

(vovworld) – ​​​ໃບ​ຂ່າວ​ເອີ​ລົບ “Euro Presse Image” ວັນ​ທີ 1/6 ​ໄດ້​ລົງ​ພິມ​ໃນ​ໜ້າ​ທຳ​ອິດບົດ​ຂຽນ​ດ້ວຍ​ຫົວ​​ຂໍ້ວ່າ “ຫວຽດນາມ​ ​ແລະ ພັນທະ​ມິດເສດຖະກິດ ອາຊີ - ​ເອີ​ລົບ (EAEU) ສ້າງ​ຕັ້ງ​ພາກ​ພື້ນ​ການ​ຄ້າ​ເສລີ​ລວມ”, ​ຢັ້ງຢືນ​ເຫດການ​ນີ້​ເປັນ​ຂີດ​ໝາຍ​ການເຊື່ອມ​ໂຍງ​ກວ່າ​ອີກຂອງ​ຫວຽດນາມ ບົນ​ເວທີ​ສາກົນ​. ບົດ​ຂຽນ​ໄດ້ຄັດ​ສະ​ເໜີຂໍ້​ສັງ​ເກດ​ຂອງ​ທ່ານ​ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ເສດຖະກິດ ອາຊີ - ​ເອີ​ລົບ Viktor Khristenko ​ໂດຍຖື​ວ່າ: ຂໍ້​ຕົກລົງ​ນີ້​ຈະ​ຊ່ວຍ EAEU ​ເປີດ​ກ້ວາງ​ ​ການ​ພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ທະວີບອາຊີປາຊີ​ຟີ​ກ​ເວົ້າ​ລວມກ່ວາ​ອີກ. ​ໃນ​ຂະນະ​ນັ້ນ, ຫວຽດນາມ​ເປັນ​ສະມາຊິກ ASEAN, ມີ​ບົດບາດ​ຕັ້ງໜ້າ​ໃນ​ສະຫະ​ສະມາຄົມ, ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ EAEU ​ແລະ ASEAN, ຊ່ວຍ​ພັນທະ​ມິດ​ນີ້​ແຊກ​ຊຶມ​ເຂົ້າ​ຕະຫຼາດທີ່​ມີ​ພົນລະ​ເມືອງ 600 ລ້ານ​ຄົນ, ດ້ວຍຍອດ​​ເງິນຜະລິດ​ຕະພັນ​ພາຍ​ໃນ (GDP) ​ແມ່ນປະມານ 2.500 ຕື້ USD. ວົງ​ເງິນ​ການ​ຄ້າ 2 ສົ້ນ​​ຄາດ​ຄະ​ເນ​ວ່າຈະ​ເພີ່ມຂຶ້ນຈາກ 18% ​ເຖິງ 20%/ປີ, ບັນລຸ​ແຕ່ 10 ຕື້ USD ​ເຖິງ 12 ຕື້ USD ​ໃນ​ປີ 2020 ​ເມືອທຽບ​ໃສ່ 4 ຕື້ USD ຂອງ​ປີ 2014. ບົດ​ຂຽນ​ຢັ້ງຢືນ FTA ລະຫວ່າງ​ຫວຽດນາມ ​ແລະ EAEU ​ໄດ້​​ເປັນຂີດ​ໝາຍ​ການ​ເຊື່ອມ​ໂຍງ​ກ່ວາ​ອີກ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ ​ເມື່ອ​ປະ​ເທດ​ນີ້​ໄດ້ ​ແລະ ພວມ​ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ບາງ​ຄູ​ຮ່ວມ​ມື, ​ໃນ​ນັ້ນ​ມີ: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສະຫະພາ​ບ​ເອີ​ລົບ, ຈີນ, ກາ​ນາ​ດາ, ອົດສຕາ​ລີ, ນິວຊີ​ແລນ, ສ.​ເກົາຫຼີ .

ຂ່າວ/ບົດ​ອື່ນ