ຫວຽດນາມນອນໃນtop30ຕະຫຼາດຂາຍຍ່ອຍຫາກໍ່ພົ້ນເດັ່ນແລະດູດດຶ່ມສຳລັບນັກລົງທຶນຕ່າງປະເທດ

ຫວຽດນາມນອນໃນtop30ຕະຫຼາດຂາຍຍ່ອຍຫາກໍ່ພົ້ນເດັ່ນແລະດູດດຶ່ມສຳລັບນັກລົງທຶນຕ່າງປະເທດ - ảnh 1
(ພາບ​ປະ​ກອບ)

(vovworld) - ​​​ຕາມ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ໃນ​ດັດ​ຊະ​ນີ​​ພັດ​ທະ​ນາ​ການຂາຍ​ຍ່ອຍ​ທົ່ວ​ໂລ​ກ (GRDI) ໂດຍ​ກຸ່ມ​ບໍ​ລິ​ສັດ​ທີ່​ປຶກ​ສາ​​ຕະ​ຫຼາດ AT Kearney, ອາ​ເມ​ລິ​ກາ ປະ​ກາດ​ປະ​ຈຳ​ປີ, ຫວຽດ​ນາມ ນອນ​ໃນ top 30 ຕະ​ຫຼາດ​ຂາຍ​ຍ່ອຍ​ຫາກໍ່​ພົ້ນ​ເດັ່ນດູດດຶ່ມອັນ​ດັບ​ໜຶ່ງ​ໃນ​ໂລກ​ໃຫ້ນັກ​ລົງ​ທຶນ​ຕ່າງ​ປະ​ເທ​ດ​ນັບ​ແຕ່​ປີ 2008 ມາ​ຮອດ​ປະ​ຈຸ​ບັນ. ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ປະ​ກາດ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຊອກ​ຫາ​ຄວາມ​ສ່ຽງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ລັບ​ຂະ​ແໜງ​ຂາຍ​ຍ່ອຍ​ຫວຽດ​ນາມ ໃນ​ສະ​ພາບ​ເຊື່ອມ​ໂຍງ TPP ແລະ EVFTA”, ເຊິ່ງ​ຖືກ​​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໃນ​ວັນ​ທີ 28/06.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ມີ​ຫຼາຍ​ບໍ​ລິ​ສັດ​ຄົ້ນ​ຄ້​ວາ​​ການຕະ​ຫຼາດ ແລະ ນັກ​ຊ່ຽວ​ສານ​ດ້ານ​ເສດ​ຖະ​ກິດຕີ​ລາ​ຄາ​ຕະ​ຫຼາດ​ຂາຍ​ຍ່ອຍ​ຫວຽດ​ນ​າມ ແມ່ນມີ​ແງ່​ຫວັງ​ພັດ​ທະ​ນາ​ ແລະ ບັນ​ລ​ຸ​ການ​ເຕີບ​ໂຕ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ນັ້ນ, ມີ​ຫຼາຍ​ປັດ​ໃຈ​ຊີ້​ໃຫ້​ເຫັນ​ວ່າ, ຕະ​ຫຼາດ​ຂາຍ​ຍ່ອຍ​ຫວຽດ​ນາມ ແມ່ນ​​ຂົງ​ເຂດ​ທີ່​ຈະ​ສືບ​ຕໍ່​​ນຳ​ມາ​ເຊິ່ງ​ຜົນ​ກຳ​ໄລສູງ.

ຂ່າວ/ບົດ​ອື່ນ