ຫວຽດນາມນຳໃຊ້ ອັດຕາພາສີຕ້ານການ ຂາຍບຸບລາຄາເປັນ ເທື່ອທຳອິດ


ຫວຽດນາມນຳໃຊ້ ອັດຕາພາສີຕ້ານການ ຂາຍບຸບລາຄາເປັນ ເທື່ອທຳອິດ - ảnh 1

ນຳ​ເຂົ້າ​ເຫຼັກ​ກ້າ​ຢູ່​ທ່າ​ເຮືອ​ເບ​ນ​ແງ

(ພາບ: http://tuoitre.vn )

(vovworld) –​​​​​ນັບ​ແຕ່ວັນ​ທີ 5/10, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ນຳ​ໃຊ້​ມາດ​ຕະການ​ຕ້ານການ​ຂາຍ​ບຸບ​ລາຄາ​ສຳລັບຜະລິດ​ຕະພັນ​ເຫຼັກ້າບາງ​ປະ​ເພດ​ນຳ​ເຂົ້າຫວຽດນາມ ຈາກ​ບັນດາ​ປະ​ເທດ​ຈີນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ​ໄຕ​ຫວັນ (ຈີນ) ມີ​ຜົນ​ສັກສິດ​ທາງ​ການ. ອັດຕາ​ພາສີ​ຕຳ​ສຸດ​ແມ່ນ 3,07% ​ແລະ ສູງ​ສຸດ​ແມ່ນກ່ວາ 37%. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ຫວຽດນາມ ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ດ້ວຍ​ການ​ນຳ​ໃຊ້​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ. ທ່ານ​ນາງ​ຟ້າມ​ເຈົາຢາງ, ຜູ້ຕາງ ໜ້າ​ກົມ​ຄຸ້ມ​ຄອງ​ແກ່ງ​ແຍ້​ງ (ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ) ​ໃຫ້​ຮູ້​ວ່າ:

  “ຈຸດປະສົງ​ຂອງ​ການ​ນຳ​ໃຊ້ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ແມ່ນ​ສ້າງ​ການ​ແກ່ງ​ແຍ້​ງຍຸດຕິ​ທຳ​ຄືນ​ໃໝ່​ລະຫວ່າງ​ສິນຄ້າ​ນຳ​ເຂົ້າພວມ​ຂາຍ​ບຸບ​ລາຄາ​ເຂົ້າຫວຽດ ນາມ ກັບ​ສິນຄ້າ​ພາຍ​ໃນ​ປະ​ເທດ. ສິ່ງ​ດັ່ງກ່າວ​ໄດ້​ປະຕິບັດ​ຕາມ WTO ​ເພື່ອປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ນັກ​ຜະລິດ​ພາຍ​ໃນ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ຫວຽ​ດນາມ ຈຶ່ງ​ນຳ​ໃຊ້​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ແມ່ນ​ຊັກ​ຊ້າ​ພໍ​ສົມຄວນ​ເມື່ອ​ທຽບກັບ​ບາງ​ປະ​ເທດ​ໃນ​ໂລກ“./.

ຂ່າວ/ບົດ​ອື່ນ