ຫວຽດນາມນຳໃຊ້ພະລັງງານປະລະມານູເພື່ອຈຸດໝາຍສັນຕິພາບ.

    ຫວຽດນາມນຳໃຊ້ພະລັງງານປະລະມານູເພື່ອຈຸດໝາຍສັນຕິພາບ.  - ảnh 1
ເຕົານິວເຄຼຍ ດາລາດ ຢູ່ຫວຽດນາມ   (ພາບ : TTXVN)

(vovworld)- ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມປະຈຳປີ ໄຟຟ້ານິວເຄຼຍອາຊີ​ປີ 2014. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ 5 ຖືກ​ຈັກ​ຂຶ້ນ ​ແລະ ​ເປັນ​ຄັ້ງ​ທີ 2 ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຫວຽດນາມ ​ເລ​ດິງຕ໋ຽນ ​ໃຫ້​ຮູ້​ວ່າ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ບໍ່​ແຜ່​ຂະຫຍາຍນິວເຄຼຍ. ຫວຽດນາມ​ຖື​ນີ້​ບໍ່​ພຽງ​ແຕ່ແມ່ນໜ້າ​ທີ່​ຮັບຜິດຊອບ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພັນທະ​ສາກົນ​ອີກ​ດ້ວຍ. ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ນີ້,​ ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ບັນດາ​ຂໍ້​ຜູກ​ພັນ​ໃນ​ສັນຍາ, ສົນທິສັນຍາ​ສາກົນ​ເກືອບ​ທັງ​ໝົດ​ກ່ຽວ​ກັບ​ຄວາມ​ສະຫງົບ ປອດ​ໄພ ​ແລະ ບໍ່​ແຜ່​ຂະຫຍາຍນິວເຄຼຍ.

   ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ທີ່​ສຳຄັນ​ກ່ຽວ​ກັບ​ຂົງ​ເຂດ ໄຟຟ້າ ນິວເຄຼຍຄື : ພັດທະນາ ໄຟຟ້ານິວເຄຼຍ​ຢູ່​ຫວຽດນາມ; ​ແງ່​ຫວັງ​ການ​ພັດທະນາ ໄຟຟ້ານິວເຄຼຍ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນດາ​ບາດກ້າວ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ສະພາ​ວະ ໄຟຟ້ານິວເຄຼຍ​ທົ່ວ​ໂລກ...

    ກອງ​ປະຊຸມ​ຈະ​ດຳ​ເນີ​ນຮອດ​ວັນ​ທີ 22/1 ຈຶ່ງ​ອັດ​ລົງ. 

ຂ່າວ/ບົດ​ອື່ນ