ຫວຽດນາມນຳໜ້າບັນດາປະເທດກ່ຽວກັບຈຳນວນນັກທ່ອງທ່ຽວໄປກຳປູເຈຍ

ຫວຽດນາມນຳໜ້າບັນດາປະເທດກ່ຽວກັບຈຳນວນນັກທ່ອງທ່ຽວໄປກຳປູເຈຍ - ảnh 1
(ພາບ​ປະ​ກອບ: vietnamnet.vn)

(vovworld) - ​ຕາມ​ນັກ​ຂ່າວ VOV ປະ​ຈຳ​ກ​ຳ​ປູ​ເຈຍ ແລ້ວ, ໃນ 6 ເດືອນ​ຕົ້ນ​ປີ 2016, ກຳ​ປູ​ເຈຍ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 2,36 ລ​້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 2,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປິ 2015. ຫວຽດ​ນາມ ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຈ​ຳ​ນວນ 10 ປະ​ເທດ ທີ່​ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄປ​ກຳ​ປູ​ເຈຍ, ດ້ວຍ​ນັກ​ທ່ອງ​ທ່ຽວ​ເກືອບ 462.000 ເທື່ອ​ຄົນ; ຖັດ​ມາ​ແມ່ນ​ຈີນ, ສ.ເກົາ​ຫຼີ. ດ້ວ​ຍ​ທີ່​ຕັ້ງ​ດ້ານ​ພູມ​ສາດ​ທີ່​ໃກ​້​ກັນ, ທາ​ງ​ຄົມ​ມະ​ນາ​ຄົມ​ສະ​ດວກ, ໂດຍ​ສະ​ເພາະ​ແມ່ນ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ໄປ​ນະ​ຄອນ​ຫຼວງ ພະ​ນົມ​ເປັນ ແລະ ແຂວງ Siem Reap, ຫວຽດ​ນາມ ສືບ​ຕໍ​່​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ນັກ​ທ່ອ​ງ​ທ່ຽ​ວ​ໄປ​ກຳ​ປູ​ເຈຍ ຫຼາຍກວ່າ​ໝູ່.

ຂ່າວ/ບົດ​ອື່ນ