ຫວຽດ​ນາມບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່

(VOVWORLD) - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຫວຽດນາມ ໃຫ້ຮູ້ວ່າ ຮອດເວລາ 6 ໂມງຂອງວັນທີ 29 ສິງຫາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19ໃໝ່. 
ຫວຽດ​ນາມບໍ່​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່ - ảnh 1 ພາບປະກອບ: TTXVN

ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 1038 ຄົນ, ໃນນັ້ນມີ 663 ຄົນໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດ 31 ຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 28 ສິງຫາ, ບັນດາອົງການທີ່ມີໜ້າທີີ່ຮັບຜິດຊອບຂອງຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳອົດສະຕາລີ, ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນ ນຳສົ່ງພົນລະເມືອງຫວຽດນາມ ກ່ວາ 340 ຄົນ ຈາກ ອົດສະຕາລີ, ນິວຊີແລນ ແລະ ຕົງກາ ກັບມາປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ, ຜູ້ໂດຍສານທັງໝົດ ໄດ້ຮັບການກວດສຸຂະພາບ ແລະ ນຳສົ່ງໄປແຍກຕົວ.

        ແລະຕາມເວັບໄຊ Worldometesrs.info ແລ້ວ, ໄລ່ຮອດເວລາ 0 ໂມງ 45 ນາທີ ຂອງວັນທີ 29 ສິງຫາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 24,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 802,000 ຄົນ. ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອ ຫຼາຍກ່ວາ 6 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ