ຫວຽດນາມບໍ່ທັນພົບເຫັນກໍລະນີຕິດໂລກພະຍາດMERSໃດໆ

ຫວຽດນາມບໍ່ທັນພົບເຫັນກໍລະນີຕິດໂລກພະຍາດMERSໃດໆ - ảnh 1
ການ​ກວດ​ກາ​ຄົນ​ເຂົ້າ​ເມືອງ​ຢູ່​ສະ​ໜາມ​ບິນ
(ພາບ​ປະ​ກອບ)

(vovworld) – ​​ ​ກ່າວ​ຄຳ​ເຫັນ​ທີ່​ການ​​ປະ​ຊຸມ​ຂ່າວ​ຂອງ​ຄະ​ນະຊີ້​ນຳ​ປ້ອງ​ກັນ, ຕ້ານ​ໂລກ​ພະ​ຍາດ MERS ດຳ​ເນີນ​ໄປ​ໃນ​ຕອ​ນ​ບ່າຍ​ວັນ​ທີ 8/6, ຢູ່ ຮ່າ​ໂນ້ຍ, ຫົວ​ໜ້າກ​ົມ​ກ​ານ​ແພດ​ສຳ​ຮອງ (ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ) ເຈີ່ນ​ດັກ​ຟູ ຢັ້ງ​ຢື​ນ​ວ່າ: ຫວຽດ​ນາມ ບໍ່​ທັນ​ພົບ​ເຫັນ​ກໍ​ລະ​ນີ​ຕິດ​ໂລກ​ພະ​ຍາດ MERS ໃດໆ (ໂລກ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ໂດຍ​ໄວຣັດ Corana) ກໍ່​ຂຶ້ນ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄລ​ຍະ​ຈະ​ມາ​ເຖິງ, ຍ້ອນ​ໂລກ​ພະ​ຍາດ​ດັ່ງ​ກ່າວ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ຢູ່ ສ. ເກົາຫຼີ ແລະ ຈີນ ດັ່ງ​ນັ້ນ​ໄພ​ຈະ​​ແຜ່​ລາມເຂົ້າ ຫວຽດ​ນາມ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ຢູ່ ຫວຽດ​ນາມ ໄດ້​ຮັບ​ຮູ້ 3 ກໍ​ລະ​ນີ​ທີ່​ຖືກ​ສົງ​ໃສ​ຕິດ​ພະ​ຍາດ​ແຕ່​​ຜົນ​ແຫ່ງ​ການ​ວິ​ໄຈລ້ວນ​ແຕ່​ຢືນ​ຢັນ​ວ່າບໍ່​ຕິດພະ​ຍາດ​ດັ່ງ​ກ່າວ. ຫົວ​ໜ້າ​ກົມ​ຄຸ້ມ​ຄອງການກວດ, ປິ່ນ​ປົວ​ພະ​ຍາດ (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ) ເລືອງງອກ​ເຄວ ໃຫ້​ຮູ້​ວ່າ: ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ພະ​ຍາດ MERS ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກົມ​ໄດ້​ສ້າງ​ແຜນ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ເປັນ​ເຈົ້າ​ການໃນ​ການ​ກະ​ກຽມ ແລະ ພ້ອມ​ແລ້ວ​ທີ່​ຮັບ​ມື​ກັບ​ໂລ​ກ​ພະ​ຍາດ​ດັ່ງ​ກ່​າວ, ພ້ອມ​ທັງ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ພະ​ຍາດ​ນີ້ໃນ​ໂຮງ​ໝໍ, ຈຳ​ກັດ​ຜູ້​ເສຍ​ຊີ​ວິດ… ສ່ວນ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສ​າ​ທາ​ລະ​ນະ​ສ​ຸກ ຫງວຽນ​ທິ​ກິມ​ຕ໋ຽນ ຢັ້ງ​ຢືນ​ວ່າ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ກຽມ​ພ້ອມ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ, ເຕັກ​ນິກ, ພະ​ລາ​ທິ​ການ ແລະ ສົມ​ທົບ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ພະ​ຍາດ, ບໍ່​ໃຫ້​ໂລກ​ພະ​ຍາດ​​ແຜ່​ລາມ​ເຂົ້າ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ