ຫວຽດນາມບໍ່ທັນພົບເຫັນສັດປີກ ຕິດໄວຣັດໄຂ້ຫວັດ A/H7N9

ຫວຽດນາມບໍ່ທັນພົບເຫັນສັດປີກ ຕິດໄວຣັດໄຂ້ຫວັດ A/H7N9 - ảnh 1
ເປັນ​ເຈົ້າການ​ໃນ​ການ​ປ້ອງ​ກັນໂລກ​​ໄຂ້ຫວັດ A/H7N9

(ພາບ:thesaigontimes.vn)

(vovworld)- ປະຈຸ​ບັນ, ຢູ່​ຫວຽດນາມ ບໍ່​ທັນພົບ​ເຫັນສັດ​ປີກຕິດ​ໄວຣັດ​ໄຂ້ຫວັດ A/H7N9 ​​ເທື່ອ. ນັ້ນ​ແມ່ນຄຳ​ຢືນຢັນ​ຂອງ​ກົມ​ສັດຕະວະ​ແພດ​ສູນ​ກາງ​ທີ່​ກອງ​ປະຊຸມ​ລະດົມ​ແຫ່​ລງກຳລັງ​ໃຫ້​ແກ່​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ A/H7N9 ຢູ່​ຫວຽ​ດນາມ ​ໂດຍ​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 6/5 ຢູ່​ຮ່າ​ໂນ້ຍ. ພາ​ຍຫຼັງ​ໄດ້​ຮັບ​ຂ່າວ​ວ່າໂລກ​ໄຂ້ຫວັດ A/H7N9 ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຈີນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ເພີ່ມ​ທະວີ​ການ​ຄວບ​ຄຸມ​ການ​ຄ້າຂາຍ​ສັດ​ປີກ​ຢູ່​​ເຂດ​ຊາຍ​ແດນ​ແຫ່ງ​ຕ່າງໆ. ​ແຕ່​ເຖິງ​ແນວ​ນັ້ນກໍ່​ຕາມ, ​ໄພ​ເກີດ​​ໂລກລະບາດ​ນີ້​ແມ່ນ​ໃຫ່ຍຫຼວງ​ທີ່​ສຸດ. ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດຕັ້ງສາກົນ​ຈົ່ງ​ຊ່ວຍ​ເຫຼືອ ​ແລະ ລະດົມ​ກຳລັງ​ເພື່ອ​​ຮັບປະກັນ​ຈະ​ຄົ້ນພົບ​ກໍລະນີ​ຕິດ​​ໄວຣັດ​ນີ້​ໂດຍ​ໄວ ​ແລະ ປະຕິບັດ​ການ​ປ້ອງ​ກັນ, ຕ້ານ​ເຊື້​ອ​ໄວຣັດ​ໄຂ້ຫວັດ A/H7N9, ຈຳກັດ​ການ​ແຜ່​ລະບາດ​ຂອງ​ໂລກລະບາດ​ໄປ​ສູ່​ຄົນ ​ແລະ ສັດ​ປີກ.

 

ຂ່າວ/ບົດ​ອື່ນ