ຫວຽດນາມບໍ່ທັນມີ ກໍລະນີໃດຕິດໂລກ ໄຂ້ຫວັດ AH7N9

ຫວຽດນາມບໍ່ທັນມີ ກໍລະນີໃດຕິດໂລກ ໄຂ້ຫວັດ AH7N9 - ảnh 1
(ພາບ:
baohaiquan.vn)

(vovworld)- ຕອນ​ບ່າຍວັນ​ທີ 4/5, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ຕ້ານ​ໂລກ​ໄຂ້ຫວັດ AH7N9, H5N1  ​ແລະ H1N1. ຕາມກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ແລ້ວ, ປະຈຸ​ບັນ, ຢູ່​ຫວຽດນາມ ບໍ່​ທັນ​ມີ​ກໍລະນີສັດ​ປີກ ​ແລະ ຄົນ​ໃດຕິດໂລກ​ໄຂ້ຫວັດ AH7N9 ​​ເທື່ອ​ແຕ່​ໃນ​ສະພາບ​ການ​ຜັນ​​ແປ່​ອັນສັບສົນ​ຂອງ​ໂລກລະບາດ​ດັ່ງກ່າວ​ຢູ່​ປະ​ເທດ​ຈີນ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຫວຽດນາມ ພວມ​ຍູ້​ແຮງ​ບັນດາ​ມາດ​ຕະການ​ເປັນ​ເຈົ້າການ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ​ນີ້. ​ໃນ 3 ​ເດືອນ​ຜ່ານ​ມາ, ຫວຽດນາມ ມີ 3 ຄົນ​ເສຍ​ຊີ​ວິດຍ້ອນ​ໂລກ​ໄຂ້ຫວັດ ​AH1N1, 2 ຄົນ​ຕິດ​ໂລກ​ໄຂ້ຫວັດ AH5N1, ​ໃນ​ນັ້ນມີ​ຜູ້​ໜຶ່ງ​ຢູ່​ດົງ​ທາ​ບ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ການ​ແພດ​ແລ້ວ, ປະຈຸ​ບັນ, ຫວຽດນາມ ພວມ​ຜະລິດ​ຢາ​ວັກ​ຊິນ​ປ້ອງ​ກັນໂລກ​ໄຂ້ຫວັດ AH5N1 ​ໃຫ້​ແກ່​ຄົນ ​ແລະ ຄາດ​ວ່າ​ຈະ​ຖືກ​ນຳ​ໃຊ້​ໃນ​ທ້າຍ​ປີ​ນີ້.

ຂ່າວ/ບົດ​ອື່ນ