ຫວຽດນາມບັນລຸຄວາມຄືບຫນ້າກະໂດດຂັ້ນໃນການປະຕິບັດສິດຂອງເດັກນ້ອຍ

ຫວຽດນາມບັນລຸຄວາມຄືບຫນ້າກະໂດດຂັ້ນໃນການປະຕິບັດສິດຂອງເດັກນ້ອຍ  - ảnh 1
ພາບ​ປະ​ກອບ:internet

(vovworld)-​ ​ວັນ​ທີ 4/12 ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 25 ປີ​ແຫ່ງວັນ​ສ້າງ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ຂອງ​ເດັກ​ນ້ອຍ, ກອງ​ທຶນ​ອະ​ນຸ​ຊົນ ສ​ປ​ຊ (UNICEF) ປະ​ຈຳ​ຫວຽດ​ນາມ ໄດ້​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ການ​ເດັກ​ນ້ອຍໃນ​ທົ່ວ​ໂລກ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ, ທ່ານ Youssouf Abbed Jelil, ຜູ້​ຕາງ​ຫນ້າ​ກອງ​ທຶນ​ອະ​ນຸ​ຊົນ ສ​ປ​ຊ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊີ ແລະ ແມ່ນ​ປະ​ເທດ​ທີ​ສອງ​ໃນ​ໂລກ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ເມື່ອ​ປີ 1990.ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ຫນ້າ​ກະ​ໂດດ​ຂັ້ນ​ໃນ​ການ​ປະ​ຕິ​ບັດ​ສິດ​ຂອງ​ເດັກ​ນ້ອຍ. ອັດ​ຕາ​ການ​ຕາຍ​ຂອງ​ເດັກ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຫລຸດ​ລົງ 75% ແລະ ເດັກ​ນ້ອຍ​ສ່ວນ​ຫລາຍ​ລ້ວນ​ແຕ່​ໄດ້​ໄປ​ໂຮງ​ຮຽນ. ​ການ​ສັກ​ຢາ​ປ້ອງ​ກັນ​ພະ​ຍາດກໍ​ບັນ​ລຸ​ອັດ​ຕາ​ສ່ວນ​ສູງ. ທ່ານ ຢ​ວານ​ເມົ້າ​ຢຽບ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ນ ແລະ ສັງ​ຄົມ​ຫວຽດ​ນາມ ເນັ້​ນ​ຫນັກ​ວ່າ: ບົດ​ລາຍ​ງານ​ສະ​ພາບ​ການ​ເດັກ​ນ້ອຍ​ໃນ​ທົ່ວ​ໂລກ​ປີ 2014 ແມ່ນ​ບົດ​ລາຍ​ງານ​ມີ​ຄວາມ​ໝາຍ​ເພື່ອ​ໃຫ້​ຫວຽດ​ນາມ​ຮູ້​ຈັກ​ໄດ້​ທີ່​ຕັ້ງ, ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ສິດ​ຂອງ​ເດັກ​ນ້ອຍ​ຫວຽດ​ນາມ ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໂລກ.

ຂ່າວ/ບົດ​ອື່ນ