ຫວຽດນາມບັນລຸຜົນຜົນງານຫຼາຍຢ່າງກ່ຽວກັບສິດທິມະນຸດ

ຫວຽດນາມບັນລຸຜົນຜົນງານຫຼາຍຢ່າງກ່ຽວກັບສິດທິມະນຸດ - ảnh 1
(ພາບ​ປະ​ກອບ)

(vovworld)- ໃນ​ວັນ​ທີ 18/5, ທ່ານ Eni Faleomavaega ອະ​ດິດສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ​ທັງ​ເປັນ​ປະ​ທານ​ອະ​ນຸ​ກຳ​ມາ​ການ ​ອາ​ຊີ-ປາ​ຊີ​ຟິກ ແລະ ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ຂື້ນ​ກັບ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ອອກ​ຖະ​ແຫຼງ​ການ ສື່ມວນຊົ​ນ ຢັ້ງ​ຢືນກ​ານ​ສະ​ໜັບ​ສະ​ໜູນ ສຳ​ລັບ​ຫວຽດ​ນ​າມ, ພ້ອມ​ທັງ​ຊີ້​ແຈ້ງວ່າ ຫວຽດ​ນາມ ​ບັນ​ລຸໄດ້​ຜົນງານຫຼາຍ​ຢ່າງ​ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ລວ​ມ​ມີ: ສິດ​ເສ​ລີ​ສື່ມວນ​ຊົນ, ສິດເສ​ລີໃນ​ການ​ປາກ​ເວົ້າ, ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ, ສິດ​ເສ​ລີ​ທາງ​ສາດ​ສະ​ໜາ ແລະ ສິດ​​ຂອງ​ນັກ​ໂທດ. ທ່ານ Faleomavaega ຖື​ວ່າ​ບາງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ໃນ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ສະ​ຫະ​ລັດ​ອາ​ເມ​ລິ​ກາ ສືບຕໍ່​ຈັດ​ບັນ​ດ​າ​ການ​ອະ​ພິ​ປາຍປະ​ຈຳ​ປີ ສ່ອງ​ແສງ​ ຫວຽດ​ນາມ ບໍ່​ສະ​ເໝີ​ພາບ​​. ບັນ​ດາ​ຂໍ້​ມູນ​ຂ່າວ​ນັ້ນ​ບໍ່​ຊັດ​ເຈນ ແລະ ​ບັນ​ດາ​ສະ​ມາ​ຊິກລັດ​ຖະ​ສ​ະ​ພານີ້​ໄດ້ນຳ​ໃຊ້​ ​ດ້ວຍ​ຈຸດ​ໝາຍ​ດ້ານ​ການເມືອງ ​​ເພື່ອກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ ຢູ່ ຫວຽດ​ນາມ. ອະ​ດ​ິດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ທ່ານ Faleomavaega ເນັ້ນ​ໜັກ​ວ່າ ​ບັນ​ດາ​ປະ​ເທດ​ອື່ນກໍ່​ຄື ສະ​ຫະ​ປະ​ຊາ​ຊາດ ລ້ວນ​ແຕ່ຍອມ​ຮັບ ​ບັນ​ດາ​ຄວາມ​ກ້າ​ວ​ໜ້າ​ ຂອງ​ຫວຽດນາມ ແລະ ຫວຽດ​ນາມ ພວມ​ກາຍ​ເປັນ​ປະ​ເທດ​​ຊີ້​ນຳນຳ​ພາ​ໃນ​ພາກ​ພື້ນ​ຢ່າງ​ໄວ​ວ​າ. ດັ່ງ​ນັ້ນ, ຜົນ​ປະ​ໂຫຍດ​ ຂອງ​ສະ​ຫະ​ລັດ​ອາ​ເມລິ​ກາ ຕ້ອງ​ເໝາະ​ສົມ​ກັບ​ຫວຽດ​ນາມ ​ຫາກບໍ່​ແມ່ນຕ້ານ​ຫວຽດ​ນ​າມ. ພິ​ເສດ, ໃນ​ສະ​ຖາ​ນະ​ການ​ເພີ່ມຄວາມ​ເຄັ່ງ​ຕຶງ​ ຢູ່ ທະ​ເລ​ຕາ​ເວ​ັນ​ອ​ອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາ ​ຕ້ອງ​ການ​ໄດ້​ຮັບການສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ປະ​ເທດ​ ຢູ່ພາກ​ພື້ນ ໃນ​ການ​ມາ​ນະ​ພະ​ຍາ​ຍາມ ​ຮັບ​ປະ​ກັນຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ຢູ່ ​ອາ​ຊີ-​ປາ​ຊີ​ຟິກ. ທ່ານ Faleomavaega ຍ້ອງ​ຍໍ​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ໃກ້​ຈະ​ມາ​ເຖິງ ຂອງ ປະ​ທາ​ນາ​ທິ​ບໍ​​ດີ Barack Obama ໃນ​ນັ້ນ​ສະ​ໜັບ​ສະ​ໜູນ​ ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ ປາ​ຊີ​ຟິກ (TPP) ແລະ ເລື່ອງສະ​ຫະ​ລັດ​ອາ​ເມ​ລິ​ກາ ​ຄວນລົບ​ລ້າງ ​ຄຳ​ສັ່ງຂວ້ຳ​ບາດ​ອາ​ວຸດດັບ​ສູນສຳ​ລັບຫວຽດ​ນາມ, ຜ່ານນັ້ນ ສະ​ແດງ​ໃຫ້​ເຫັນ​ສາຍ​ພົວ​ພັນ​ປ້ອງ​ກັນ​​ຊາດ ແລະ ປ້ອງ​ກັນຄວາມສະ​ຫງົບ​ ນັບ​ມື້​ນັບ​ແຮງ​ ລະ​ຫວ່າງ​ ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ