ຫວຽດນາມບັນລຸໄດ້ຄວາມກ້າວໜ້າສຳຄັນໃນໂຄງການເຄື່ອນໄຫວຂອງICPD

ຫວຽດນາມບັນລຸໄດ້ຄວາມກ້າວໜ້າສຳຄັນໃນໂຄງການເຄື່ອນໄຫວຂອງICPD - ảnh 1
ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ທິ​ກິມ​ຕ໋ຽນ
(ພາບ​ປະ​ກອບ​ຈາກ TTXVN)

(vovworld) – ວັນ​ທີ 22/9, ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ ຊຸດ​ທີ 69 ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ພິ​ເສດ​ຄັ້ງ​ທີ 29 ເພື່ອ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອ​ນ​ໄຫວ​ໂດຍກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ພົນ​ລະ​ເມືອງ ແລະ ພັດ​ທະ​ນາ (ICPD) ຮັບ​ຮອງ​ເອົາ​ເມື່ອ​ປີ 1994 ຢູ່​​ນະ​ຄອນຫຼວງ ກາຍ​ໂຣ, ປະ​ເທດ ອີ​ຢິບ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ທິ​ກິມ​ຕ໋ຽນ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າພໍ​ສົມ​ຄວນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ຂອງ ICPD ທີ່​ໄດ້​ຈັດ​ຂຶ້ນ​ໃນ​ປີ 1994 ຢູ່ ກາຍ​ໂຣ. ພ້ອ​ມ​ກັບ​​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ເຫັນ​ໄດ້​ຊັດ. ຫວຽດ​ນາມ ກາຍ​ເປັນ​ໜຶ່ງ​ໃນ​ບາງ​ປະ​ເທດ​ໃນ​ໂລກ​ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຈຸດ​ໝາຍ​ສະ​ຫັດ​ສະ​ຫວັດ​ທີ 4 ແລະ ທີ 5 ໃນ​ປີ 2015. ຕາມ​ຜູ້​ນຳ​ຂະ​ແໜງ​ການ​ແພດ ຫວຽດ​ນາມ, ຊ​ຸມ​ປີ​ຈະ​ມາ​ເຖິງ, ຄ​ຽງ​ຄູ່​ກັບ​ບັນ​ດານະ​ໂຍ​ບາຍ​ເພື່ອ​ແນ​ໃສ່​​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສັງ​ຄົມ, ​ໃຫ້ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຫວຽດ​ນາມ ຈະ​ສຸມ​ໃສ່​ເຂົ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເຊິ່ງ​ລວມ​ມີ: ພັດ​ທະ​ນາ​ບັນ​ດາ​ນະ​ໂຍ​ບາຍ ແລະ ກົດ​ໝາຍ​ໃຫ້ເໝາະ​ສົມ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ພົນ​ລະ​ເມືອງມີອາ​ຍຸ​ສູງ​ຂຶ້ນ, ການອົບ​ພະ​ຍົບ ແລະ ​ການຫັນ​ເປັນ​ຕົວ​ເມືອງ, ສະ​ພາບ​ການ​ຂາດ​ຄວາມ​ດ​ຸ່ນ​ດ່ຽງ​ທາງ​ເພດ ແລະ ຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ຍິງ-ຊາຍ.. .


ຂ່າວ/ບົດ​ອື່ນ