ຫວຽດນາມບັນລຸໄດ້ຜົນງານຫລາຍຢ່າງໃນການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ

ຫວຽດນາມບັນລຸໄດ້ຜົນງານຫລາຍຢ່າງໃນການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ - ảnh 1
ຄະ​ນະ​ນັກ​ຂ່າວ​ສາ​ກົນ​ເຮັດ​ວຽກ​ກັບ​ການ​ນຳ​ກະ​ຊວງ
​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ
ພາບ:http://suckhoedoisong.vn

(vovworld)-  ​ກອງ​ທຶນ​ອຸ​ປະ​ຖຳ​ຂອງ ສ​ປ​ຊ ຫາກໍ່​ສົ່ງ​ຄະ​ນະ​ນັກ​ຂ່າວຂອງ​ບັນ​ດາ​ຫນັງ​ສື​ພິມ​ສຳ​ຄັນ ຂອງ ອາ​ເມ​ລິ​ກາ, ອັງ​ກິດ, ກາ​ນາ​ດາ.. ມາ​ຫວຽດ​ນາມ ເພື່ອ​ຕີ​ລາ​ຄາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ແລະ ໝາກ​ຜົນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້. ທີ່​ການ​ເຮັດ​ວຽກ​ກັບ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ ແລະ ວົງ​ການ​ນັກ​ຂ່າວ ເມື່ອ​ວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ບັນ​ດາ​ນັກ​ຂ່າວ ສາ​ກົນ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ບັນ​ດາ​ທ່ານ​ໝໍ​ຫວຽດ​ນາມ ເມື່ອ​ເຮັດ​ວຽກ​ໃນ​ເງື່ອນ​ໄຂ​ທີ່​ຫຍຸ້ງ​ຍາກ, ພື້ນ​ຖານ​ດ້ານ​ວັດ​ຖຸບໍ່​ພຽງ​ພໍ, ຈຳ​ນວນ​ຄົນ​ເຈັບ​ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝ​ໍ​ສູນ​ກາງ​ແມ່ນ​ເກີນ​ຂອບ​ເຂດ, ສ່ວນ​ໂຮງ​ໝໍ​​ບັນ​ດາ​ເມືອງ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ ແມ່ນ​ຂາດ​ເຂີນ​ອຸ​ປະ​ກອນ​ການ​ແພດ. ຄະ​ນະ​ນັກ​ຂ່າວ​ສາ​ກົນ ຕີ​ລາ​ຄາ​ສູງ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຢູ່​ຮາກ​ຖານ​ຕິດ​ພັນ​ກັບ​ວົງ​ຄະ​ນາ​ຍາດ​ຢູ່​ຫວຽດ​ນາມ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ. ບັນ​ດາ​ນັກ​ຂ່າວ​ສາ​ກົນ ໃຫ້​ຮູ້​ວ່າ: ສາ​ທ​າ​ລະ​ນະ​ສຸກ​ຫວຽດ​ນາມ ມີ​ຫລາຍ​ຮູບ​ການ​ປ່ຽນ​ໃຫມ່​ໃນ​ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ. ຜູ້​ຕາງ​ຫນ້າ​ກອງ​ທຶນ​ອຸ​ປະ​ຖຳ​ ສ​ປ​ຊ ຢືນ​ຢັນ​ວ່າ: ຊື່ງ​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ຕ່ຳ​ຄື​ຫວຽດ​ນາມ, ແຕ່​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແລະຮູບ​ແບບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຮາກ​ຖານ​ຂອງ​ຫວຽດ​ນາມ ຄວນ​ເຜີຍ​ແຜ່​ໃຫ້​ບັນ​ດາ​ປະ​ເທດ​ຮ່ຳ​ຮຽນ​ຕາມ.

ຂ່າວ/ບົດ​ອື່ນ