ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ

(VOVWORLD) -ຕອນບ່າຍວັນທີ 31 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບພະມະເຫສີແຫ່ງລາຊະອານາຈັກໂຮນລັງ Maxima, ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບຂົງເຂດການເງິນຮອບດ້ານໃຫ້ແກ່ການພັດທະນາ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ - ảnh 1 (ທ່ານປະທານປະເທດ ເຈີນດ້າຍກວາງ

ຕ້ອນຮັບພະມະເຫສີແຫ່ງລາຊະອານາຈັກໂຮນລັງ Maxima)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ, ຍ້ອນມີການຜັນຂະຫຍາຍບັນດານະໂຍບາຍ ແລະ ການເຄື່ອນໄຫວກ່ຽວຂ້ອງເຖິງການເງິນຮອບດ້ານ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ, ສັງຄົມ; ໃນນັ້ນມີຜົນງານກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ເຊິ່ງປະຊາຄົມສາກົນໄດ້ຮັບຮູ້. ທ່ານປະທານປະເທດສະເໜີໃຫ້ ພະມະເຫສີ Maxima ແລະ ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບຂົງເຂດການເງິນຮອບດ້ານໃຫ້ແກ່ການພັດທະນາ, ຈະຊ່ວຍຫວຽດນາມ ລະດົມບັນດາແຫຼ່ງການເງິນ ແລະ ເຕັກນິກຈາກສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆເພື່ອໜູນຊ່ວຍຫວຽດນາມ ສ້າງ ແລະ ປະກາດໃຊ້ຍຸດທະສາດການເງິນຮອບດ້ານ ກໍຄືແບ່ງປັນບົດຮຽນໃນຂົງເຂດນີ້.

        ສ່ວນ ພະມະເຫສີ Maxima ໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນການຜັນຂະຫຍາຍການເງິນຮອບດ້ານ, ພ້ອມທັງຢືນຢັນວ່າ, ໂຮນລັງ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ