ຫວຽດນາມ​ບໍ່​ພົບ​ກໍລະນີ​ຕິດ​ເຊື້ອ​​ໂຄ​ວິດ - 19 ​ໃນ​ຊຸມ​ຊົນ ​ໄດ້ 91 ມື້​ແລ້ວ

(VOVWORLD) -ໄລ່ຮອດຈຸດເວລານີ້ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 381 ຄົນ, ໃນນັ້ນ, 353 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ກວມເອົາ 92,7% ແລະ ຍັງບໍ່ມີກໍລະນີໃດເສຍຊີວິດ.
ຫວຽດນາມ​ບໍ່​ພົບ​ກໍລະນີ​ຕິດ​ເຊື້ອ​​ໂຄ​ວິດ - 19 ​ໃນ​ຊຸມ​ຊົນ ​ໄດ້ 91 ມື້​ແລ້ວ - ảnh 1 ພົນລະເມືອງຫວຽດນາມ ກັບມາຈາກ ອັງກິດ ລ້າງມືຂ້າເຊື້ອກ່ອນເຂົ້າເຂດແຍກຕົວ (ພາບ: TTXVN) 

        ຕາມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 16 ກໍລະກົດ ແມ່ນໄດ້ 91 ວັນແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ. ໄລ່ຮອດຈຸດເວລານີ້ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 381 ຄົນ, ໃນນັ້ນ, 353 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ກວມເອົາ 92,7% ແລະ ຍັງບໍ່ມີກໍລະນີໃດເສຍຊີວິດ.

        ກ່ຽວຂ້ອງເຖິງບັນຫາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ໃນລະຫວ່າງວັນທີ 15  ແລະ 16 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈໍາ ອາເມລິກາ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ ອາເມລິກາ ຈັດຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມ ຈາກສະໜາມບິນ San Francisco ກັບເມືອປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ລ້ວນແຕ່ໄດ້ກວດສຸຂະພາບ ແລະ ແຍກຕົວ ຖືກຕ້ອງຕາມຂໍ້ກໍານົດ.


 

ຕອບກັບ

ຂ່າວ/ບົດ​ອື່ນ