ຫວຽດນາມບໍ່ມີຜູ້ຕິດ ໄວຣັດອີໂບລາ


ຫວຽດນາມບໍ່ມີຜູ້ຕິດ ໄວຣັດອີໂບລາ - ảnh 1
(
ພາບປະກອບ: Trường Trung )

(vovworld)- ​ ສະ​ຖາ​ບັນ​ອະນາ​ໄມ​ກັນ​ພະຍາດ​ສູນ​ກາງ ​ໄດ້​ດຳ​ເນີນ​ການ​ວິ​ໃຈຕົວຢ່າງ​ພະຍາດຂອງ​ຄົນ​ເຈັບ​ຫວຽດນາມ ຜູ້ 1 ທີ່​ເປັນ​ໄຂ້​ພາຍຫຼັງ​ກັບ​ມາ​ຈາກ​ເຂດ​ເກີດ​ພະຍາດ​ອີ​ໂບລາ​ຕາມ 3 ວິທີ​ວິ​​ໃຈ​ທີ່​ແຕກ​ຕ່າງ​ກັນ. ຜົນການ​ວິ​ໃຈ​ໃຫ້​ເຫັນ​ວ່າ ທັງ 3 ​ເທື່ອລ້ວນ​ແຕ່​ໝາຍ​ລົບ​ກັບ​ໄວຣັດອີ​ໂບລາ. ​ເປັນ​ອັນວ່າ, ມາ​ຮອດ​ຈຸດ​ເວລາ​ນີ້, ຄົນ​ເຈັບ​ຜູ້​ນີ້​ບໍ່​​ໄດ້ຕິດ​ໄວຣັດອີ​ໂບລາ ພາຍຫຼັງ​ກັບ​ມາ​ຈາກ Guinea. ປະຈຸ​ບັນ, ອາການສຸຂະພາບ ​ຂອງ​ຄົນ​ເຈັບ​ພວມ​ຄ່ອຍໆ​ເປັນ​ປົກກະຕິ​ແຕ່​ຍັງ​ຕ້ອງ​ສືບ​ຕໍ່​ຕິດຕາມ​ໃນ​ເວລາ 21 ວັນ​ນັບ​ແຕ່​ວັນ​ອອກ​ຈາກ Guinea./.

ຂ່າວ/ບົດ​ອື່ນ