ຫວຽດນາມປະກອບຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ

ຫວຽດນາມປະກອບຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ - ảnh 1
ປະທານຄະນະກຳມະການຜູ້ປະຈຳກອງປະຊຸມປະຊາຊົນຂັນສູງ ສປປ ເກົາຫຼີ ເຂົ້າຮ່ວມກອງປະຸຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ
(ພາບ: Kyodo/TTXVN)

(vovworld) –  ວັນ​ທີ 15/9/2016, ທີ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ໄຂ​ຂຶ້ນ​ຢູ່​ເກາະ Margarita, ປະ​ເທດ Venezuela. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ລັດຖະມົນຕີ, ຮອງ​ລັດຖະມົນຕີ ​ເກ​ືອບ 30 ທ່ານ ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງ​ໜ້າ​ຫຼາຍ​ທ່ານ​ທີ່​ຕາງໜ້າ​ໃຫ້ 120 ປະ​ເທດ​ສະມາຊິກ​​ບໍ່​ຮ່ວມ​ກຸ່ມ, ​ເກືອບ 80 ປະ​ເທດ, ອົງການຈັດ​ຕັ້ງ​ເຊິ່ງ​ແມ່ນ​ຜູ້​ສັງ​​ເກດ​ການ ​ແລະ​ ​ແຂກ​ຖືກ​ເຊີນ​ຂອງ​ຂະ​ບວນການ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ການ​ຕ່າງປະ​ເທດ ຮ່າ​ກິມງອກ ນຳ​ໜ້າ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທ່ີ​ກອງ​ປະຊຸມ, ທ່ານ​ຮ​ອງລັດຖະມົນຕີ ຮ່າ​ກິມງອກ ຖື​ວ່າ: ຂະ​ບວນການ​ບໍ​່ຮ່ວມ​ກຸ່ມ​​ໄດ້ມີ​ບັນດາ​ການ​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ, ອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ທ່ານ​ຮອງ​ລັດຖະມົນຕີ ຮຽກຮ້ອງ​ໃຫ້​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກ່ວາ​ອີກ, ບົນ​ພື້ນຖານ​ບັນດາ​ຫຼັກການສ້າງ​ຕັ້ງ, ​ເພື່ອ​​ແນ​ໃສ່ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າທາຍ​ໃນ​ປະຈຸ​ບັນ​​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໃຫ້ດີກ່ວາ, ​ໃນ​ນັ້ນ​ມີ​ການ​ແຊກ​ແຊງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ພາຍນອກ. ທ່ານ​ຮອງ​ລັດຖະມົນຕີ ຮ່າ​ກິມງອກ ຢັ້ງຢືນ​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ພວມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ ​ແລະ ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ມີ ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ ພັດທະນາ, ຕັດສິນ​ໃຈ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.



ຂ່າວ/ບົດ​ອື່ນ