ຫວຽດນາມປະກອບຄຳເຫັນທີ່ກ່ຽວຂ້ອງເຖິງຄວາມສະຫງົບທາງທະເລຢູ່ AMF ແລະ EAMF

ຫວຽດນາມປະກອບຄຳເຫັນທີ່ກ່ຽວຂ້ອງເຖິງຄວາມສະຫງົບທາງທະເລຢູ່ AMF  ແລະ EAMF - ảnh 1
ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ
  ແລະ ຄະນະຜູ້ແທນຫວຽດນາມຢູ່ທີ່ AMF
(ພາບ:Vietnam+)

(Vovworld) - ບັນດາ​ປະເທດຄວນເພີ່ມທະວີການສົນທະນາ, ສ້າງຄວາມ ເຊື່ອໝັ້ນ, ພ້ອມທັງປະຕິບັດ ບັນດາຫຼັກການ, ຂໍ້ຕົກລົງຮ່ວມຂອງ ພາກພື້ນຢ່າງ​ເຂັ້ມ​ງວດ ຄື ສົນທິສັນຍາ​ສະໜິດສະໜົມ ​ແລະ ຮ່ວມ​ມື​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC), ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າ​ຍ ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (DOC),  ກໍ​ຄື​ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982) ​ແລະ​ກົດໝາຍ​ສາກົນ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ, ຫົວໜ້າ​ຄະນະ​ເຈົ້າ​ໜ້າທີ່ຂັ້ນ​ສູງ ອາ​ຊຽນ ຂອງ​ຫວຽດນາມ ​ໄດ້​ເນັ້ນ​ໜັກ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ເວ​ທີ່​ປາ​ໄສ​ທະ​ເລ ອາ​ຊຽນ (AMF) ຄັ້ງ​ທີ 4 ​ແລະ ​ເວ​ທີ່​ປາ​ໄສ​ທະ​ເລ ອາ​ຊຽນ​ເປີດ​ກ້ວາງ(EAMF) ຄັ້ງ​ທີ 2 ຊຶ່ງ​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ​ແຕ່​ວັນ​ທີ 1-3/10. ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ ຍັງ​ຊີ້​ແຈ້ງວ່າ ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເຄີຍ​ມີ​ມາ ​ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ​ຊຶ່ງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ແວດ​ລ້ອມ​ຮ່ວມ​ມື​ທາງ​ທະ​ເລ​ນັ້ນ, ຫວຽດນາມ​ມີ​ຄຳ​ເຫັນ​ສະ​ເໜີ​ວ່າ ບັນດາ​ປະ​ເທດ​ຄວນ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ສ້າງສັນ, ສ້າງ​ເຂດ​ທະ​ເລ​ນີ້​ເປັນ​ເຂດ​ທະ​ເລ​ແຫ່ງ​ສັນຕິພາບ, ສະຫງົບ​ປອດ​ໄພ ​ແລະ ຮ່ວມ​ມື ກໍ​ຄື ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນສຳ​ເລັດ​ໃນ​ປີ 2015.

     ທີ່​ບັນດາ​ເວທີ​ປາ​ໄສ AMF-4 ​ແລະ EAMF-2 , ບັນດາ​ເຈົ້າ​ໜ້າທີ່​ຂັ້ນ​ສູງ​ຂອງ​ລັດຖະບານ,​ນັກ​ຄົ້ນ​ຄ້ວາ ​ແລະ ຜູ້​ຊ່ຽວຊານບັນດາ​ປະ​ເທດ​ອາ​ຊຽນ, ຄະນະ​ເລຂາ​ອາຊຽນ ​ແລະ ບັນດາ​ປະ​ເທດ​ຄູ​ຮ່ວມ​ມື​ຂອງອາ​ຊຽນ ​ໄດ້​ສະໜັບສະໜູນ​ການ​ພິຈາລະນາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຄົ້ນ​ຄ້ວາທະ​ເລ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຮ່ວມ​ມື​ຕ້ານ​ໂຈນ​ສະ​ລັດ, ກູ້​ໄພ​ກູ້​ຊີບ... ບັນດາ​ຜູ້​ແທນ​ຍັງ​ເຫັນ​ດີ​ເປັນ​ກະສັນ ຄວນ​ປະຕິບັດ ​ແລະ ຮັບປະກັນ​ບັນດາ​ຫຼັກການ​ກ່ຽວ​ກັບ​ການ​ເຄົາລົບ​ສິດ ​ແລະ ພັນທະ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ, ປະຕິບັດ ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ , ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ....

ຂ່າວ/ບົດ​ອື່ນ