ຫວຽດນາມປະກອບສ່ວນຊຸກຍູ້ການຮ່ວມມືປ້ອງກັນຊາດໃນພາກພື້ນອາຊຽນ ຢ່າງຕັ້ງໜ້າ

ຫວຽດນາມປະກອບສ່ວນຊຸກຍູ້ການຮ່ວມມືປ້ອງກັນຊາດໃນພາກພື້ນອາຊຽນ ຢ່າງຕັ້ງໜ້າ - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ
(ພາບປະກອບ)
(vovworld) -​ ໃນ​ລະຫວ່າງ​ວັນ​ທີ 01 – 03/04, ຢູ່ ບຣຸ​ໄນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາດ​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ (ADSOM), ກອງ​ປະຊຸມ​ແມ່ນ​ບາດ​ກ້າວ​ກະ​ກ່ຽມ​ທີ່​ສຳຄັນໃຫ້​ແກ່ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ (ADMM) ຄັ້ງ​ທີ 7 ​​ແລະ ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ​ອາ​ຊຽນ​ເປີ​ດກວ້າງ (ADMM+) ຄັ້ງ​ທີ 2. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ໋ວິ້ງ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ນະ​ທີ່​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຍົກ​ອອກ​ຂ້ໍ​ລິ​ເລີ່​ມກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມ​ຜູ້​ຊ່ຽວຊານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກລະ​ເບີດ​ຍັງ​ບໍ່​ທັນແຕກພາຍຫລັງ​ສົງຄາມ​ໃນ​ຂອບ​ເຂດກອງ​ປະຊຸມ ADMM+. ນີ້​ແມ່ນ​ຂໍ້​ລິ​ເລີ່​ມບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ປະຊາຊົນຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລະ​ເບີດ​ໝາກ​ມິ່ນ, ວັດຖຸ​ລະ​ເບີດທີ່​ຍັງ​ຕົກ​ຄ້າງອີກ​ດ້ວຍ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ລວມຂອງ​ພາກ​ພື້ນ. ຜູ້​ແທນ​ຫຼາຍ​ປະ​ເທດ​ລ້ວນ​ແຕ່ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ​ຂໍ້​ລິ​ເລີ່​ມທີ່​​ເປັນ​ກຳລັງ​ໜູນປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ກອງ​ປະຊຸມ ADMM+, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິ່ງ​ໃຫ້​ແກ່​ປະຊາຊົນ​ຢູ່​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ