ຫວຽດນາມປະກອບສ່ວນຕັ້ງໜ້າຢູ່ກອງປະຊຸມAMM48

ຫວຽດນາມປະກອບສ່ວນຕັ້ງໜ້າຢູ່ກອງປະຊຸມAMM48 - ảnh 1
ທ່ານ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ
ຟ້າມບິ່ງ​ມິນ ເປັນປະທານຮ່ວມກອງປະຊຸມອາຊຽນ-ອີຢູ
(ພາບ:TTXVN)


(vovworld) –  ພາຍຫຼັງ​ສິ້ນສຸດກອງ​ປະຊຸມ AMM ຄັ້ງ​ທີ 48 ​ແລ​ະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ວັນ​ທີ 6/8, ​​ເມື່ອ​ຕອບ​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິນ ຢືນຢັນ​ວ່າ: ກອງ​ປະຊຸມດັ່ງກ່າວ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ທີ່​ສຳຄັນ ​ແລະ ຄະນະ​ຜູ້​ແທນຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ. ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິນ ​ກ່າວ​ວ່າ:

        “​ພວກ​ເຮົາ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ປະຕິບັດເພື່ອ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ອາ​ຊຽນ ​ເພື່ອ​ປະກອບສ່ວນ​ໃນ​ການ​ສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015. ພວກ​ເຮົາ​ກໍ​ປະກອບສ່ວນ​ໃນ​ການ​ເພີ່ມ​ທະວີ​ບົດ​ບາດ​ຂອງ​ອາ​ຊຽນ, ພິ​ເສດ​ແມ່ນບົນ​ບາດ​​ໃຈ​ກາງ ​ເຊິ່ງຕົ້ນຕໍ​ແມ່ນ​ສ້າງ​ຄວາມສາມັກ​ຕີ, ຄວາມ​ເຫັນ​ດີ​​ເຫັນ​ພ້ອມໃນ​ທຸກ​ບັນຫາ ​ແລະ ​ເລື່ອງ​ຫວຽດນາມ ປະກອບສ່ວນ​ໃນ​ການສະ​ເໜີ​ຢ່າງ​ລະອຽດ​ກ່ຽວ​ກັບ​ຄູ່​ຮ່ວມ​ມືຂອງ​ຫວຽດນາມ ຈາກ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຮ່ວມ​ມື, ການ​ຄ້າ ​ຕະຫຼອດ​ຮອດການ​ລົງທຶນ ​ແລະ ຄວາມ​ໝັ້ນຄົງ. ”

 ​       ເມື່ອ​ແບ່ງປັນ​ກ່ຽວ​ກັບ​ໜຶ່ງ​ໃນ​ບັນດາ​ບັນ​ຫາ​ສຳ​ຄັນທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ຢູ່​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ສະພາບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.​ ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິນ ຢືນຢັນ​ວ່າ:

   “ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວ​ເລື່ອງ​​ທີ່ໄດ້​ຮັບ​ການ​ເຫັນ​ດີສູງພໍ​ສົມຄວນ​ ​ແລະ ສະ​ແດງ​ຄວາມ​ວິຕົກ​ກັງວົນຈາກບັນດາ​ລັດຖະມົນຕີອາ​ຊຽນ. ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງ​ປະເທດອາ​ຊຽນສະ​ແດງ​ ຄວາມ​ວິຕົກ​ກັງວົນ​ລວມ ກ່ຽວ​ກັບ​ບັນຫາ​ກໍ່ສ້າງ​ຖົມ​ດິນ​ເປັນເກາະ, ຢູ່​​ເວທີ​ປາ​ໄສ​ອາ​ຊຽນ ຄັ້ງນີ້. ບັນດາ​ລັດຖະມົນຕີ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ: ຄວນ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນກ່ຽວຂ້ອງ​ເຖິງ​ເລື່ອງ​ຮັກສາ​ສະພາບ​ເດີມ, ບໍ່​ປ່ຽນ​ແປງ ຫຼື ເຮັດ​ໃຫ້​ສະພາບການ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ບັນດາ​ລັດຖະມົນຕີ​ກໍ​ຢືນຢັນ​ຄວາມ​ຕັດສິນ​ໃຈວ່າ: ຄວນ​ກ້າວ​ໄປ​ເຖິງການ​ລົງ​ນາມ​ໃນປະມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (COC) ໂດຍ​ໄວ ​ເພື່ອ​​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ”.

ຂ່າວ/ບົດ​ອື່ນ