ຫວຽດນາມປະກອບສ່ວນຕັ້ງໜ້າສ້າງສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ

(VOVWORLD) -ໃນລະຫວ່າງວັນທີ 24 – 25 ເມສາ, ທີ່ສຳນັກງານສະຫະປະຊາຊາດຢູ່ New York, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມສຸດຍອດກ່ຽວກັບການກໍ່ສ້າງ ແລະ ຮັກສາສັນຕິພາບ.

ຫວຽດນາມປະກອບສ່ວນຕັ້ງໜ້າສ້າງສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາກ່າວຄຳເຫັນທີ່ກອງປະຊຸມ

(ພາບ:AP)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 128 ປະເທດສະມາຊິກ ແລະ ບາງອົງການຈັດຕັ້ງສາກົນ. ທີ່ກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ເນັ້ນໜັກວ່າ ຄວນເພີ່ມທະວີບົດບາດໃນການນຳພາຂອງສະຫະປະຊາຊາດ, ສະແດງໃຫ້ເຫັນເຖິງການສະໜັບສະໜູນສຳລັບບັນດາຂໍ້ສະເໜີປະຕິຮູບຂອງເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະປະຊາຊາດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີບັນດາຄວາມມານະພະຍາຍາມລວມໝູ່, ເພີ່ມທະວີການພົວພັນຄູ່ຮ່ວມມື, ລະດົມການເຂົ້າຮ່ວມຂອງບັນດາພາກສ່ວນ ແລະ ແຫຼ່ງກຳລັງຈຳເປັນ, ເພື່ອປະຕິບັດການຮັກສາ ສັນຕິພາບ ແລະ ພັດທະນາແບບຍືນຍົງ.

        ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ ຖືວ່າ ສະຫະປະຊາຊາດ ຄວນມີວິທີການສຳຜັດຢ່າງຮອບດ້ານ ແລະ ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ, ຖືເອົາມະນຸດເຂົ້າໃນທີ່ຕັ້ງໃຈກາງເພື່ອສ້າງແລກປ່ຽນບັນດານະໂຍບາຍ, ມາດຕະການແກ້ໄຂລະອຽດ ແລະ ສະກັດກັ້ນການປະທະກັນບົນພື້ນຖານປະຕິບັດກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ເຄົາລົບເອກະລາດດ້ານການເມືອງ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ຫວຽດນາມຊົມເຊີຍບັນດາຂໍ້ສະເໜີປະຕິຮູບ ດ້ວຍເປົ້າໝາຍ ເພື່ອໃຫ້ສະຫະປະຊາຊາດປະຕິບັດສຳເລັດພາລະກຳຂອງຕົນໃນການເຄື່ອນໄຫວຮັກສາສັນຕິພາບ ແລະໜູນຊ່ວຍບັນດາປະເທດສະມາຊິກປະຕິບັດບັນດາເປົ້າໝາຍພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ