ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມຂັ້ນສູງຄັ້ງທີ25ຂອງສະພາສິດທິມະນຸດ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມຂັ້ນສູງຄັ້ງທີ25ຂອງສະພາສິດທິມະນຸດ - ảnh 1
ຫົວໜ້າ​ກົມ​ວຽກ​ງານບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່ວາງ​ຈີ໋ຈູງ


(vovworld) – ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 25 ຂອງ​ສະພາ​ສິດທິ​ມະນຸດ ສປຊ, ຫົວໜ້າ​ກົມ​ວຽກ​ງານບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່ວາງ​ຈີ໋ຈູງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ກອງປະຊຸມ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ສະ​ມາ​ຊິກ​ສະພາ​ສິດ​ທິມະນຸດ.

    ດ້ວຍຄວາມ​ລໍຄອຍ​ຂອງ​ສາກົນ ​ແລະ ​ເລີ່​ມມາ​ຈາກ​ບັນດາ​ແຜນ​ນະ​ໂຍບາຍ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ເຄື່ອນ​ໄຫວ​ສາກົນ​ຢ່າງ​ຕັ້ງໜ້າ, ຫວຽດນາມ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ແມ່ນ​ສະມາຊິກ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະພາ.​ ຫວຽດນາມ ກໍ່​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຜູ້​ສັງ​ເກດ​ການ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ກ່ຽວກັບ​ສິດທິ​ມະນຸ​ດ. ຫວຽດນາມ ຈະ​ສະ​ເໜີ​ໃຫ້​ສະພາ​ສິດ​ທິມະນຸດ​ເອົາ​ໃຈ​ໃສ່, ຊຸກຍູ້​ກາ​ນຮັບ​ປະກັນ​ບັນດາ​ສິດ​ເສດຖະກິດ, ສັງຄົມ, ສິດ​ຂອງ​ບັນດາ​ກຸ່ມ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ງ່າຍ​ດາຍ.​.​.​

    ນີ້​ແມ່ນ​ບັນດາ​ການ​ກຳນົດ​ທິດ ​ແລ​ະ ບຸລິ​ມະ​ສິດ​ໃຫຍ່​ເຊິ່ງ ຫວຽດນາມ ຈະ​ຜັນ​ຂະຫຍາຍ, ​ໃນ​ນັ້ນ​ມີ​ຫຼາຍ​ບັນຫາ​ທີ່​ສະພາ​ສິດທິມະ​ນຸດ​​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ທີ 25, ນັ້ນ​ແມ່ນ​ຕ້ານ​ຄວາມທຸກ​ຍາກ​ອຶດຫິວ, ຫລຸດຜ່ອນຜົນ​ທະ​ທົບ​ຈາກການ​ກູ້​ຢືມ​ທຶນ​ຂອງຕ່າງປະ​ເທດ​ສຳລັບ​ເລື່ອງ​ປະຕິບັດ​ບັນຫາ​ສິດ​ທິມະນຸດ, ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຄ້າຂາຍ​ເດັກ.​​..​

 

ຂ່າວ/ບົດ​ອື່ນ