ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າກອງປະຊຸມສຸດຍອດອາຊຽນຄັ້ງທີ30

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າກອງປະຊຸມສຸດຍອດອາຊຽນຄັ້ງທີ30 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30

(vovworld) – ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30  ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິ່ນ Rodrigo Roa Duterte ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ກວກ​ຢຸງ ເມື່ອ​ຕອບ​ຄຳ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30 ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ທີ່​ຫາກໍ່​ດຳ​ເນີນ​ຢູ່​ຟີ​ລິບ​ປິ່ນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກວກ​ຢຸງ ໃຫ້​ຮູ້​ວ່າ ນັບ​ແຕ່​ຂັ້ນ​ຕອນ​ການ​ກະ​ກຽມ​ການຈັດ​ຕັ້ງ​ກອງ​ປະ​ຊຸມ, ຫວຽດ​ນາມ​ເປັນ​ເຈົ້າ​ການ​ສ​ົມ​ທົບ​ກັບ​ຟີ​ລິບ​ປິ່ນ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ວຽກ​ງານ ຫັນ​ບັນ​ດາ​ຫົວ​ຂໍ້​ບຸ​ລິ​ມະ​ສິດ​ໃຫ້​ປີ​ອາ​ຊຽນ 2017 ໂດຍ​ຟີ​ລິບ​ປິ່ນ​ສະ​ເໜີ​ໃຫ້​ເປັນ​ລະ​ອຽດ. ຫວຽດ​ນາມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ບັນ​ດາ​ເອ​ກະ​ສານ​ລວມ​ຂອງ​ອາ​ຊຽນ​ກໍ່​ຄື ເນື້ອ​ໃນ​ທີ່​ໄດ້​ຍື່ນ​ສະ​ເໜີ​​ຕໍ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 30 ປຶກ​ສາ​ຫາ​ລື, ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ກຸ່ມ​ຮັບ​ຜິດ​ຊອບ​ພິ​ເສດ​ຂໍ້​ລິ​ເລີ່ມ​ເຊື່ອມ​ຈອດ​ອາ​ຊຽນ ( IAI ) ເປັນ​ຢ່າງ​ດີ ແລະ ​ປະ​ສານ​ງານ​ການ​ພົວ​ພັນ​​​ຄູ່ເຈ​ລະ​ຈາອາ​ຊຽນ-ອິນ​ເດຍ ໃນ​ສະ​ພາບ​ການ​ເຊິ່ງ​ສອງ​ຝ່າຍ​ພວມ​ມຸ່ງ​ໄປ​ເຖິງ 25 ປີ ແຫ່ງ​​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​​ຄູ່ເຈ​ລະ​ຈາ.

        ທີ່ກອງ​ປະ​ຊຸມ, ເພື່ອ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວນ​ຊວນ​ຟຸກ ເນັ້ນ​ໜັກ​ເຖິງ 3 ຈຸດ. ນັ້ນ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້​ແກ່​ວຽກ​ງານ​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ຄຽງ​ຂ້າງ​ບັນ​ດາ​ບັນ​ຫາ​ອື່ນ, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນ ເພື່ອ​ແນ​ໃສ່​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ທີ່ບໍ່​ເຄີຍ​ມີ​ມາ, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໂຈນ​ສະ​ລັດ. ທ່ານ​ນາ​ຍົກ​ ກໍ່​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ ກ່ຽວ​ກັບ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ຢູ່​ແຫຼມ​ເກົາຫຼີ, ທະ​ເລ​ຮ​ວາ​ຕຸງ, ທະ​ເລ​ຕາ​ເວັນ​ອອກ ແລະ ເນັ້ນ​ໜັກ​ວ່າ ອາ​ຊ​ຽນ​ຄວນ​ເຊີດ​ຊູ​ບັນ​ດາຫຼັກ​ການ​ ແລະ ຫຼັກ​ໝັ້ນ​ລວມໂດຍ​ພື້ນ​ຖານ ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ່ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ແລະ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ