ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າລາຍການເຄື່ອນໄຫວຂອງອາຊຽນຢ່າງຕັ້ງໜ້າ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າລາຍການເຄື່ອນໄຫວຂອງອາຊຽນຢ່າງຕັ້ງໜ້າ - ảnh 1

ທ່ານ​ຮອງ​ນຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ
ເຂົ້າ​ຮ່ວມກອງ​ປະຊຸມ AMM 48
(ພາບ: ອິນເຕີແນດ)

(vovworld) - ທີ່​ກອງ​ປະຊຸມ AMM 48, ​ໄດ້​ເຂົ້າ​ຮ່ວມ ​ແລະ  ທ່ານ​ຮອງ​ນຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ໄດ້​ເຂົ້າ​ຮ່ວມ ​ແລະ  ມີ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ບັນດາ​ເນື້ອ​ໃນ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ. ​ໃນ​ບັນດາຄຳ​ເຫັນ​ປະກອບ​, ທ່ານ​ຮອງ​ນຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແມ່ນ​ການ​ຫັນປ່ຽນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ສ່ອງ​ແສງ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ການ​ຍົກ​ການ​ຮ່ວມ​ສຳພັນ​ອາ​ຊຽນ ​ແລະ ພາກ​ພື້ນ​ຂຶ້ນ​ລະດັບ​ສູງ​ກວ່າ ​ເພື່ອ​ຮັບ​ໃຊ້​ຄາດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນຍົກ​ລັດຖະມົນຕີ ​ເນັ້ນໜັກ​ວ່າ, ອາ​ຊຽນຕ້ອງ​ຍູ້​ແຮງ​ການ​ຮ່ວມ​ສຳພັນ​ຢ່າງ​ເລິກ​ເຊ່ງກວ້າງຂວາງ​ກວ່າ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຢູ່​ພາກ​ພື້ນ. ທ່ານ​ຮອງ​ນຍົກ​ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ວິ​ໄສ​ທັດ​ມີ​ຄຸນ​ນະພາ​ບ ​ແລະ ມີ​ຍຸດ​ທະ​ສາດ, ຮັບປະກັນ​ນຳ​ການ​ຮ່ວມ​ສຳພັນ​ອາ​ຊຽນຂຶ້ນ​ສູ່​ລະດັບ​ສຸງກວ່າ, ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ; ບັນດາ​ແຜນການ​ດຳ​ເນີນ​ງານ, ຜັນ​ຂະຫຍາຍ​ວິ​ໄສ​ທັດ ຄວນ​ວາງອອກ​ບັນດາ​ວິທີ​ສາມາດ​ເປັນ​ໄປ​ໄດ້, ກົນ​ໄກ​ລະດົມ​ແຫຼ່ງກຳລັງ​ທີ່​ເໝາະ​ສົມ ​ແລະ ກົນ​ໄກ​ຕິດຕາມ​ກວດກາ​ການ​ປະຕິບັດ​ຢ່າງ​ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ