ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7 - ảnh 1
(ພາບປະກອບ)

​​(vovworld) - ​​ເມື່ອ​ຕອບ​ສະພາດ​ຕໍ່​ສ່ື​ມວນ​ຊົນ​ຫວຽດນາມ ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ - ຍີ່​ປຸ່ນ ຄັ້ງ​ທີ 7, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກ໋ວກ​ເກື່ອງ ​ໃຫ້​ຮູ້​ວ່າ, ໝາກຜົນ​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ - ຍີ່​ປຸ່ນ ຄັ້ງ​ທີ 7 ​ແມ່ນ​ເລື່ອງ​ ການ​ນຳ 5 ປະ​ເທດແມ່​ນ້ຳຂອງ - ຍີ່ປຸ່ນ ​ໄດ້ຮັບຮອງ​ເອົາ​ຍຸດ​ທະ​ສາດ​ໂຕ​ກຽວ 2015 ດ້ວຍ​ການກຳນົດ​ທິດ​​ໃຫ້​ແກ່​ການ​ຮ່ວມ​ມື​ແມ່ນ້ຳຂອງ - ຍີ່ປຸ່ນ ​ໄລຍະ 2016 – 2018 ຢ່າງຈະ​ແຈ້ງ; ຄາດໝາຍລວມ​ແມ່ນຮັບປະກັນ​ສະຖຽນ​ລະ​ພາບ​ໃນ​ພາກພື້ນ ​ແລະ ບັນລຸ​ໄດ້ “ການ​ເຕີບ​ໂຕ​ຢ່າງ​ມີ​ຄຸນ​ນະພາ​ບ” ຢູ່​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ແດງ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ຢ່າງ​ຈະ​ແຈ້ງ, ປະກອບ​ຂໍ້​ລິ​ເລີ່ມ​ກໍ່ສ້າງ​ຍຸດ​ທະ​ສາດ​ໂຕ​ກຽວ ຕາມ​ທິດ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງສູງ​ສຸດກໍ່ສ້າງ​ພື້ນຖານ​ເສດຖະກິດ​​ແບບ​ຍືນ​ຍົງ. ຫວຽດນາມ ກໍ່​ປະກອບ​ຂໍ້​ລິ​ເລີ່ມ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ທຸກ​​ຂັ້ນ​, ບໍ່​ພຽງ​ແຕ່​ລະຫວ່າງ​ບັນດາ​ອົງການ​ຂອງ​ລັດຖະບານ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສັງ​ຄົມ, ມະຫາວິທະຍາ​​ໄລ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ອີກ​ດ້ວຍ. ຂໍ້​ລິ​ເລີ່​ມ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ເປີດ​ກວ້າງການ​ເຊື່ອມ​ຕໍ່​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ໄດ້​ກາຍ​ເປັນ 1 ​ໃນ 4 ​ເສົາຄ້ຳ​ຮ່ວມ​ມື​ທີ່ສຳຄັນ​ໃນ​ຍຸດ​ທະ​ສາດ​ໂຕ​ກຽວ 2015.

      ໝາກຜົນຂອງ​ການ​ຢ້ຽມຢາມ​ໜຶ່ງ​ອີກນັ້ນ​ແມ່ນ ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ - ຍີ​ປຸ່ນ ຄັ້ງ​ທີ 7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​​ໄດ້ເຂົ້າ​ຮ່ວ​ມ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ 2 ຝ່າຍ​ກັບ​ຍີ່ປຸ່ນ ຢ່າງ​ລ້ຽນ​ຕິດຄື: ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ພົບ​ປະ​ກັບ​ວົງ​ການ​ນັກ​ການ​ເມືອງ ​ແລະ ​ເຈລະຈາ​ກັບ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ຂ້າ​ມຊາດ​ຂອງ​ຍີ່​ປຸ່ນ. ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖ​ະມົນຕີ Shinzo Abe ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາສະໜອງ​ແຫ່ຼງ​ທຶນ ODA ​ສູງສຸດໃຫ້​ແກ່​ຫວຽດນາມ ​ໃນ​ປີ​ການ​ເງິນ 2015 ​ແມ່ນຂຶ້ນ​ເຖິງ 3 ຕື້ USD. ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ ​ໃຫ້​ຮູ້​ວ່າ.

      “ທ່ານ​ນາຍົກລັດຖະມົນຕີ Shinzo Abe  ມີນ້ຳ​ໃຈ​ພິ​ເສດ​ກັບ​ຫວຽດນາມ ​ແລະ ​ໃນ​ການ​​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີ 2 ທ່ານ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ໃນ​ປີ​ການ​ເງິນ​ 2015 ຍີ່ປຸ່ນ ຈະ​ສະຫງວນ​ທຶນ ODA​ ​ໃຫ້​ຫວຽດນາມ ​ໃນ​ລະດັບ​ສູງ​ສຸດແມ່ນປະມານ 3 ຕື້ USD, ​ທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2014 ​ແລະ ຫຼາຍ​ທົບ 1,5 ​ເທົ່າ​ແມ່ນ​ທຽບ​ໃສ່​ປີ 2013. ນີ້​ແມ່ນ​ລະ​ດັບ​ທຶນ ODA ສູງ​ກວ່າ​ໝູ່​ໃນ​ປີ​ການ​ເງິນ​ສຳລັບ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່ເປັນ​ພື້ນຖານ, ​ໃນ​ນັ້ນ​ມີ 6 ​ໂຄງການ​ໃຫຍ່​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ ​ເຊິ່ງຫວຽດນາມ ພວມ​ລົງທຶນ ​ແລະ ຕ້ອງ​ການໄດ້​ຮັບ​ແຫຼ່ງທຶນ​​ຕື່ມ​ອີກໃຫ​້​​ແຕ່ລະໄລຍະ​ລົງທຶນຕໍ່​ໄປ”.

      ທ່ານ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ ຫງວຽນ​ກ໋ວກ​​ເກື່ອງ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ໝາກຜົນ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່ຍີ່ປຸ່ນ ຂອງທ່າ​ນນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ຄັ້ງ​ນີ້, ​ແນ່ນອນ​ວ່າ ຈະ​ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງກວ້າງ​ຂວາງ​ລະຫວ່າງ 2 ປະ​ເທດໃຫ້ພັດທະ​ນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຕາມ​ທິດ​ນັບ​ມື້​ນັບ​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ໜິດຕິດ​ພັນ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ