ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຂັ້ນສູງ APEC

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຂັ້ນສູງ APEC - ảnh 1
ທ່ານປະທາປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yodhoyono
(ພາບ: TTXVN)

(vovworld) – ວັນ​ທີ 8/10, ທ່ານ​ປະທານ​ປະ​ເທດ​ ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ກັບ​ເມື​ອ​ຮອດ​ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 21 ທີ່​ດຳ​​ເນີນ​ແຕ່​ວັນ​ທີ 7 – 8/10 ຢູ່​​ເກາະ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ ຢ່າງ​ຈົບງາມ. ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ສິ້ນສຸດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມິນ ຢືນຢັນ​ວ່າ: ຫວຽດນາມ ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

    ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢັ້ງຢືນວ່າ ຫວຽດນາມ ຈະ​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ APEC ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ຂອງ​ເວທີ​ປາ​ໄສ​ໃນ​ປີ 2017. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກ​ທຸກໆ​ປະ​ເທດ​ສະມາຊິກ, ຢັ້ງຢືນ​ການ​ຕີ​ລາຄາ​ສູງ​ຂອງ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ.

    ກ່ຽວ​ກັບ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ​ການ​ພົບ​ປະ​ຄັ້ງ​ຕ່າງໆ ​ແລະ ການ​​ແລກ​ປ່ຽນ 2 ຝ່າຍ​ຂ​ອງທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕີນ​ຊາງ ກັບ​ບັນດາ​ການ​ນຳ APEC ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ​ໃຫ້​ຮູ້​ວ່າ: ບັນດາ​ການ​ພົບ​ປະ 2 ຝ່າຍ​ລະຫວ່າງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກັບປະທາ​ນາ​ທິບໍດີ ອິນ​ໂດ​ເນ​ເຊຍ, ​ເຈົ້າ​ຊີວິດ ບຣູ​​ໄນ, ປະທານ​ປະ​ເທດ ຈີນ, ປະທານາທິບໍດີ ສະຫະພັນ ລັດ​​ເຊຍ, ​ເປຣູ, ຫົວໜ້າ​ຄະນະ​ຜູ້​ແທນ ອາ​ເມ​ລິ​ກາ, ນາຍົກລັດຖະມົນຕີ ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ນິວຊີ​ແລນ​.​.​. ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນລະຫວ່າງ ຫວຽດນາມ ກັບ​ບັນດາ​ສະມາຊິກ APEC ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ເລິກ​ເຊິ່ງກ່ວາ. ການ​ນຳ ຫວຽດນາມ ​ແລະ ບັນດາ​ປະ​ເທ​ດ ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ມາດ​ຕະການ​ຕ່າງໆ​ເພື່ອ​​ແນ​ໃສ່​ຫັນ​ເປັນ​ລະອຽດ ​ແລະ ຍູ້​ແຮງ​ບັນດາ​ເນື້ອ​ແທ້​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ.

ຂ່າວ/ບົດ​ອື່ນ