ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິ​ງ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 54 ຂອງສະ​ພາ​ສິດ​ທິ​ມະ​ນຸດ

(VOVWORLD) - ກອງປະຊຸມໄດ້ສ້າງຂີດໝາຍແຫ່ງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ.
ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິ​ງ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 54 ຂອງສະ​ພາ​ສິດ​ທິ​ມະ​ນຸດ - ảnh 1ຄະນະຜູ້ແທນ ຫວຽດນາມ ພ້ອມກັບບັນດາຜູ້ແທນ ປະເທດຕ່າງໆ ຢູ່ກອງປະຊຸມຄັ້ງທີ 54 ສະພາສິດທິມະນຸດ ຂອງ ສປຊ  (ພາບ: TTXVN)

ກອງປະຊຸມຄັ້ງທີ 54 ສະພາສິດທິມະນຸດ ຂອງ ສປຊ ໄດ້ອັດລົງໃນວັນທີ 13 ຕຸລາ, ຢູ່ນິວຢອກ, ປະເທດ ອາເມລິກາ, ພາຍຫຼັງການເຮັດວຽກຢ່າງຕໍ່ເນື່ອງມາເປັນເວລາ 5 ອາທິດ. ກອງປະຊຸມ ໄດ້ຮັບຮອງເອົາມະຕິ 37 ສະບັບ, ດຳເນີນວາລະປຶກສາຫາລືຫົວເລື່ອງສະເພາະ 5 ຄັ້ງ ກ່ຽວກັບບັນດາມາດຕະການບັງຄັບຝ່າຍດຽວ ແລະ ສິດທິມະນຸດ, ສິດສະເໝີພາບລະຫວ່າງຍິງຊາຍ ສົມທົບກັບວຽກງານຂອງສະພາສິດທິມະນຸດ, ສິດທິຂອງຊາວທ້ອງຖິ່ນ, ຊາວໜຸ່ມ ແລະ ສິດທິມະນຸດ, ນາບຂູ່ເດັກນ້ອຍທາງອິນເຕີເນັດ…

ກອງປະຊຸມໄດ້ສ້າງຂີດໝາຍແຫ່ງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ. ຫວຽດນາມ ໄດ້ເປັນເຈົ້າການໃນການສ້າງ ແລະ ສະເໜີບົດກ່າວຄຳເຫັນລວມ ກ່ຽວກັບການຊຸກຍູ້ສິດທິມະນຸດໃນການໄດ້ຮັບການສັກວັກຊິນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ພ້ອມກັບ ອິນເດຍ ຮ່ວມອຸປະຖຳ ແລະ ຈັດການໂອ້ລົມສົນທະນາສາກົນ ກ່ຽວກັບ “75 ປີແຫ່ງວັນຖະແຫຼງການສິດທິມະນຸດສາກົນ ແລະ 30 ປີແຫ່ງວັນຈັດລາຍການກະທຳ Vienna: ຜັນຂະຫຍາຍສິດພັດທະນາ ເພື່ອແນໃສ່ຮັບປະກັນສິດທິມະນຸດ ແລະ ໂຄງການດຳເນີນງານ 2030”.

ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຄະນະຜູ້ແທນ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 54 ຂອງ ສະມາສິດທິມະນຸດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນຖານະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ